Sunday, October 13, 2013

ເຈົ້າເກັ່ງກວ່າເຈົ້າຄິດ (2)

ເຈົ້າເກັ່ງກວ່າເຈົ້າຄິດ (2) “ບໍ່ວ່າເຈົ້າຈະຄິດວ່າເຈົ້າເຮັດໄດ້ ຫຼື ຄິດວ່າເຈົ້າເຮັດບໍ່ໄດ້ ເຈົ້າກໍຄິດຖືກທັ້ງນັ້ນ” ເຮັນຣີ່ ຟອຣ໌ດ The Founder Of Ford Auto company “ໂຕເຈົ້າເດ ເຈົ້າຄິດວ່າເຈົ້າເຮັດໄດ້ຫຼືບໍ່? ດ້ວຍຄາວມຮູ້ນີ ເຈົ້າຈະສາມາດເຮັດໄດ້ທຸກສິ່ງທຸກຢ່າງທີ່ເຈົ້າຕ້ອງການ ແຕ່ກ່ອນທີ່ເຈົ້າຈະປະເມີນຄວາມສະຫຼາດປາດເປື່ອງຂອງຕົວເອງຕ່ຳເກີນໄປແຕ່ດຽວນີ້ເຈົ້າກະຮູ້ແລ້ວວ່າ ເຈົ້ານັ້ນແຫຼະເປັນດວງຈິດທີ່ສູງສຸດ ແລະເຈົ້າກໍດຶງເອົາທຸກສິ່ງທຸກຢ່າງມາຈາກດວງຈີດສູງສຸດນັ້ນໄດ້ ບໍ່ວ່າຈະເປັນການປະດິດຄິດຄົ້ນ ແຮງບັຍດານໃຈ ຫຼືການຫາຄຳຕອບໃດກໍຕາມ ເຈົ້າເຮັດຫຍັງກໍໄດ້ຕາມທີ່ເຈົ້າຕ້ອງການ ເຈົ້າຄືສຸດຍອດອັດສະຣິຍະເກີນກວ່າທີ່ຈະບັນຍາຍ ເພາະສະນັ້ນຈົ່ງເລີ່ມບອກຕົວເອງແບບນີ້ ແລະເລີ່ມຮູ້ຕົວວ່າ ທີ່ແທ້ຈິງແລ້ວເຈົ້າຄືໃຜ” Rhonda Byrne: The Writer of The Secret ບໍ່ມີໃຜເກັ່ງກວ່າໃຜ ແຕ່ຜູ່ທີ່ເກັ່ງກວ່າເຮົານັ້ນ ເປັນຄົນທີ່ຄົ້ນພົບສິ່ງທີ່ຕົວເອງຖະໜັດ ເຈົ້າອາດຈະຄິດໂທດຕົວເອງທີ່ໂງ່ງ່າວ ບໍ່ສະຫຼາດ ບໍ່ຫຼັກ ບໍ່ແຫຼມຄຶເຂົາເຈົ້າ ຄວາມຄິດນັ້ນແຫຼະທີ່ເຮັດໃຫ້ເຈົ້າເປັນແນວນັ້ນ ມັນບໍ່ກ່ຽວກັບຕົວຕົນທີ່ແທ້ຈິງຂອງເຈົ້າເລີຍ. ມັນກໍຄືກັບທີ່ເຮັນຣີ່ ຟອຣ໌ດຫັ້ນແຫຼະ ທີ່ວ່າ ບໍ່ວ່າເຈົ້າຈະຄິດວ່າເຈົ້າເຮັດໄດ້ ຫຼື ຄິດວ່າເຈົ້າເຮັດບໍ່ໄດ້ ເຈົ້າກໍຄິດຖືກທັ້ງນັ້ນ ສິ່ງທີ່ແທ້ຈິງທີ່ເຮັດໃຫ້ເຮົາເປັນແບບນີ້ນັ້ນ ບໍ່ແມ່ນສິ່ງອື່ນໄກເລີຍ ມັນເປັນພຽງຄວາມຄິດຂອງເຮົາ ແຕ່ທີ່ແນ່ໆ ເຮົານ່າ ເກັ່ງກວ່າເຮົາຄິດ ເກັ່ງຈົນເໜືອຄຳບັນຍາຍທີ່ຈະພັນລະນາວ່າເຮົາເກັ່ງຊໍ່ຳໃດ ເຮົາອາດເຄີຍໄດ້ຍິນຊື່ບຸກຄົນຕ່າງໆທີ່ເປັນສຸດຍອດອັດສະຣິຍະ ແຕ່ເຊື່ອບໍ່ ພາຍໃນຕົສເຂົາເຈົ້າກໍບໍ່ມີຫຍັງແຕກຕ່າງຈາກເຮົາດອກ. ຫຼັງຈາກທີ່ ອັລເບີຣ໌ທ ໄອນ໌ສະໄຕນ໌ ໄດ້ເສຍຊີວິດລົງ ມັນໝໍທ່ານໜຶ່ງ ລັກເອົາສະໝອງຂອງໄອນ໌ສະໄຕນ໌ໄປ... ເອົາໄປຫຍັງຊັ້ນຫວາ?... ເອົາໄປສັນຍະສູດ ຄືເອົາມາຊອຍອອກເປັນປ່ຽງໆ ໄດ້ປະມານ 23ປ່ຽງ ແລະເລີ່ມສັງເກດ ວິເຄາະເບີ່ງວ່າ... ຊາຍຄົນນີ້ມີຫຍັງແນ່ທີ່ແຕກຕ່າງໄປຈາກຄົນທຳມະດາ... ພິສູດແລ້ວ... ພິສູດອີກ...ແລ້ວກໍພິສູດອີກ... ບໍ່ມີຫຍັງແຕກຕ່າງເລີຍ... ເປັນໄປໄດ້ແນວໃດ... ໄອນ໌ສະໄຕນ໌ ເປັນຄົນທີ່ສະຫຼາດທີ່ສຸດໃນໂລກໃດ໋... ແມ່ນບໍ່... ທີ່ເຮົາສາມາດລົມໂທລະສັບກໍອາໃສລາວໃດ໋... ທີ່ເຮົາສາມາດເຂົ້າອິນເຕີເນັດໄດ້ ກໍອາໄສລາວ... ທຸກຢ່າງທີ່ກຽ່ວກັບແສງ ເຮົາອາໃສລາວທັງໝົດ... ແລະທີ່ແນ່ໆລາວບອກວ່າ e=mc2 ມີຄວາມໝາຍຄື ສິ່ງຂອງສິງໜຶ່ງ ນັ້ນ(m) ເມື່ອປ່ຽນເປັນພະລັງງານແລ້ວ (e) ມັນຈະມີຂະໜາດໃຫຍ່ແບບສຸດໆໄປເລີຍ ຄືມັນຈະເທົ່າ ມວນສານຄູນກັບຄວາມໄວຂອງແສງຍົກກຳລັງສອງ (c) ເຊິ່ງແສງມີຄວາມໄວນັ້ນປະມານ 300 000 km/s (ສາມແສນກິໂລແມັດຕໍ່ວິນາທີ)...ເທິ່ະ...ໃຜຊິເຄີຍຄິດມາກ່ອນແມ່ນບໍ່... ໄອນ໌ສະໄຕນ໌ຄິດອອກໄດ້ແນວໃດວ໊ະ!... ຄວາມສົງໃສແບບນີ້ແຫຼະ ທີ່ໝໍຄົນນັ້ນສົງໃສ ແລະກໍນຳເອົາສະໝອງຂອງໄອນ໌ສະໄຕນ໌ໄປພິສູດເບິ່ງ... ແຕ່ມັນກໍ່ບໍ່ມີຫຍັງແຕກຕ່າງຄືວ່າຫັ້ນແຫຼະ... ມີສິ່ງໜຶ່ງທີ່ແຕກຕ່າງກໍມີພຽງແຕ່ ໄອນ໌ສະໄຕນ໌ນັ້ນຄົ້ນພົບສິ່ງທີ່ເຂົ້າຖະໜັດ ນັ້ນຄື: ເຂົາຖະໜັດເລື່ອງຟີຊິກ... ເຂົາເຄີຍຖືກເຊີຍໃຫ້ໄປເປັນປະທານາທິບໍດີຂອງອິສະລາເອລ ແຕ່ເຂົາກໍປະຕິເສດ ເພາະລາວບໍ່ຖະໜັດການເມືອງ... ໂຫ... ແມ່ນເຮົາ ເຊີນໄປເປັນປະທານປະເທດພຸ້ນນ່ະ ບໍ່ໄປບໍ່ໄດ້ແຫຼ້ວວວວວ... ຊັ້ນແຫຼະຄົນທີ່ບໍ່ຮູ້ວ່າຕົວເອງະໜັດເລື່ອງໃດ ໝູ່ຊວນໄປໃສກໍ ໄປປປປປາຍ... ແລ້ວກໍປຽ່ນເສັ້ນທາງໄປຕະຫຼອດ... ໄປຈົນຊິສຸດແລ້ວ... ແລ້ວກໍ່ມາເລີ່ມຕົນອີກ... ສຸດທ້າຍບໍ່ເຄີຍໄດ້ຫຍັງ... ໂອ່... ວ່າຍຍຍຍຍ... ແລ້ວກະຄິດວ່າ “ເຮົາມັນບໍ່ເກັ່ງ” ເມື່ອເຈົ້າເລີ່ມຄົ້ນຫາວ່າເຈົ້່າມັກສິ່ງໃດ ເຈົ້າກໍກຳລັງຄົ້ນຫາສິງ່ທີ່ຍິ່ງໃຫຍ່ທີ່ສຸດ... ຂ່າວຮ້າຍກໍຄື...ມັນອາດຈະຊອກຍາກແດ່ຈັກໜ່ອຍ... ແຕ່ຂ່າວດີກໍມີຄືກັນຄື... ເມືອ່ເຈົ້າຄົ້ນຫາມັນ ເຈົ້າຈະພັບມັມນຢ່າງແນ່ນອນ... ເຊື່ອຂ້ອຍເທິະ... ສົມບູນເພີເຟັກ ຣ້ອຍເປີເຊັນ. ຄັນຖ້າມີຍັກທີ່ເກັ່ງທີ່ສຸດຢູ່ໃນໂຕຂອງເຮົາທີ່ສາມາດເຮັດໄດ້ທຸກສິ່ງທຸກຢ່າງ ມັນກໍ່ແມ່ນການປຸກຍັກໂຕນັ້ນຕື່ນຂຶ້ນມາ... ທຸກຄົນສາມາດເປັນສຸດຍອດບຸກຄົນໄດ້... ແຕ່ຕ້ອງປຸກຍັກໂຕນັ້ນຂຶ້ນມາ. ຢ່າຄິດວ່າ “ຂ້ອຍນ່າ... ເຮັດຫຍັງກະບໍ່ເປັນ” ບໍ່ແມ່ນໂຕເຈົ້າດອກ... ຄວາມຄິດຂອງເຈົ້້າຕ່າງຫາກທີ່ບໍ່ສາມາດເຮັດໄດ້... ເພາະເຈົ້າເກັ່ງກວ່າເຈົ້າຄິດ ອ່າວ ປັດໂທ່... ຍັງຊິຄິດລົບຕໍ່ກັບໂຕເອງຢູ່... ເຈົ້ານ່ະ ສຸດຍອດໄປເລີຍ... ຄວາມຄິດແບບນີ້ຈະເລີ່ມໄປສູ່ການຄົ້ນພົບຕົວເອງ.

Tuesday, October 1, 2013

ເຈົ້າເກັ່ງກວ່າເຈົ້້າຄິດ

ເຈົ້າເກັ່ງກວ່າເຈົ້້າຄິດ ກັບມາອີກແລ້ວ ກັບການທີ່ຈະພາພວກທ່ານສາມາດຂ້າມພົ້ນຈາກຊະຕາກຳ ທີ່ເຮົາມັກເວົ້າກັນວ່າ ມັນເປັນພົມລິຂິດ ແລະເພາະມັນເປັນພົມລິຂິດ ເຮົາຈຶ່ງບໍ່ສາມາດທີ່ຈະປ່ຽນແປງມັນໄດ້... ໂອ່... ມັນຊ່າງເປັນສິ່ງທີ່ບໍ່ໜ້າອະພິລົມຈັກໜ້ອຍເລີຍເນາະ. ການທີ່ເຮົາຈະກົ້ມໜ້າກົ້ມຕາໃຊ້ຊີວິດໄປໂດຍປາສະຈາກເປົ້າໝາຍ ແລະບໍ່ມີການຄິດໃດໆ ຄວາມຄິດດຽວທີ່ມີ ກໍຄື ເປັນຫັຍງຊີວິດເຮົາຄືເປັນແນວນີ້ວ່າາາາ ເຮົາຄືຊິເປັນແບບນີ້ໄປຕະຫຼອດເວີ່ຍ... ບໍ່ລອດດອກ...ຮື.... (ໜ້າບູດເລີ່ມເຂົ້າມາສະແດງຄວາມເສົ້າສະຫຼົດໃຈນຳທັນທີ) ແຕ່ຂ່າວດີກໍຄື ທັນທີທີ່ເຈົ້າເຂົ້າມາອ່ານບົດຄວາມນີ້ ເຈົ້າຈະສາມາດລຸກອອກຈາກບ່ອນນັ້ນແລ້ວມາໃຊ້ຊີວິດຕາມທີ່ຕົນເອງຕ້ອງການ... ຊີວິດເຈົ້າຈະເລີ່ມປ່ຽນໄປ ຖ້າຫາກເຈົ້າເລີ່ມຄິດວ່າ ເຈົ້າສາມາດອອກແບບຊີວິດເຈົ້າເອງໄດ້... ອັນທີ່ຈິງແລ້ວ ການທີ່ເຈົາຕ້ອງມານັ່ງເວົ້າວ່າ ເປັນຫຍັງຊີວິດຂ້ອຍຄືເປັນແນວນີ້ວ່າ... ນັ້ນແຫຼະ ມັນເປັນສິ່ງທີ່ເຈົ້າຄິດມາເອງ ແລະມັນກໍກຳນົດສິ່ງຕ່າງໆ ໃຫ້ມັນເປັນໄປຕາມນັ້ນ... ເພາະສະນັ້ນ ຈົ່ງເລີມປ່ຽນຄວາມຄິດເຈົ້າສາ... ແລ້ວມາຄິດໃໝ່ວ່າ ເຈົ້າສາມອອກແບບຊີວິດຕົວເອງໄດ້... ເຈົ້າຮູ້ບໍ່ ເຈົ້າກໍເປັນໜຶ່ງຄົນທີ່ ເປັນນັກປະພັນ ຫຼື ນັກແຕ້ມ ທີ່ສາມາດແຕ້ມຊີວິດ ແລະຂຽນບົດຊີວິດເຈົ້າອອກມາວ່າ ເຈົ້າຢາກໃຫ້ມັນເປັນແນວໃດ... ເຈົ້າຢາກໃຫ້ມັນເປັນແນວໃດ ມັນກໍເປັນແນວນັ້ນແຫຼະ ແຕ່ທີ່ແນ່ໆ ເຈົ້າຕ້ອງການມັນແທ້ຫຼືບໍ່ ຫຼືຕ້ອງການມັນພຽງແຕ່ບາງຄັ້ງບາງຄາວ... ການທີ່ເຮົາຈະສາມາດປ່ຽນນິໄສຂອງເຮົາໄດ້ນັ້ນ ຕ້ອງເຮັດສິ່ງຕ່າງໆທີ່ເຮົາຢາກໃຫ້ເປັນນັ້ນຢ່າງໜ້ອຍທີ່ສຸດ ແມ່ນ 21 ມື້... ແຕ່ເຮົາສ່ວນຫຼາຍມັນຄິດວ່າ ພຽງແຕ່ອາທິດດຽວມັນກໍ່ຍາກແສນຍາກເສຍແລ້ວ... ນີ້ແຫຼະທີ່ເປັນບັນຫາທີ່ໃຫຍ່ທີ່ສຸດ ແລະຊົງອິດທິພົນທີ່ສຸດ...ອ່ອຍຍຍຍຍ ຄວາມຄິດວ່າ ເຮົາເຮັດບໍ່ໄດ້ດອກ ນີ້ມັນເປັນສິ່ງທີ່ບໍ່ຍາກທີ່ຈະຄິດ ແຕ່ມັນເປັນສິ່ງທີ່ມີອິດທິພົນທີ່ສຸດໃນການກຳນົດສິ່ງຕ່າງໆ ໂດຍສະເພາະແມ່ນການຄິດຂອງເຮົາໃຫ້ມັນເປັນໄຕາມທີ່ເຮົາຄິດຫັ້ນແຫຼະ. ເພາະສະນັ້ນ ທັງໝົດທີ່ເວົ້າມານີ້ ມີຈູດປະສົງດຽວຄືການຢາກໃຫ້ເຈົ້າປ່ຽນຄວາມຄິດໃໝ່... ປ່ຽນຈາກການຄິດທີ່ວ່າ ເຮົາບໍ່ສາມາດ (ຫຼືສິ່ງທີ່ເຮັດໃຫ້ເຮົາຄິດລົບໆຕໍ່ຕົນເອງ) ມາເປັນການຄິດທີ່ວ່າ ເຮົາສາມາດອອກແບບຊີວິດຂອງເຮົາເອງໄດ້... ທັນທີທີ່ເຈົ້າເລີ່ມຄິດ ຊີວິດເຈົາຈະເລີ່ມປ່ຽນໄປ ແລະມັນປ່ຽນໄປໃນທາງທີ່ເຈົ້າຕ້ອງການອີກໃດ(ດີ໊ ດີ ດີ ເອົາແທ້ເອົາວ່າ) ແລະມັນກໍຄືສິ່ງທີ່ເຈົ້າຕ້ອງການແມ່ນຫຼືບໍ່... ເຈົ້າອາດເຄີຍຄິດຫາສິ່ງທີ່ເຈົ້າບໍ່ຕ້ອງການ ແຕ່ເພາະວ່າ ສິ່ງທີ່ເຈົາຄິດຕະຫຼອດ ມັນຈະເກີດຂຶ້ນແທ້ ນີ່ນ່າ... ແລ້ວຊີຄິດຫາສິ່ງທີ່ເຮົາບໍ່ຕ້ອການເຮັດຫຍັງ... ຄິດແຕ່ສິ່ງທີ່ເຮົາຕ້ອງການບໍດີກວ່າຫວາ...ຫຶ?... ຕົວເຮົານີ້ນ່າ... ມັນມີສິ່ງທີ່ເປັນອັດສະຣິຍະຊ້ອນຢູ່ບ່ອນນີ້ໝົດທຸກຢ່າງ...ແບບວ່າທຸກຢ່າງທີ່ເຈົ້າຕ້ອງການແຕ່ມັນຈະສະແດງອອກມາຖ້າເຈົ້າບໍ່ຢາກໃຊ້ມັນ... ໂດຍສະເພາະແມ່ນ ມັນຈະບໍ່ຍອມອອກມາເດັດຂາດເມື່ອເຈົ້າຄິດວ່າ ເຈົ້າບໍ່ສາມາດເຮັດໄດ້... ແຕ່ມັນຈະແລ່ນຕິດເທີໂບມາ ທັນທີທີ່ເຈົ້າຄິດວ່າ ເຈົ້າສາມາດເຮັດໄດ້... ອັດສະຣິຍະມີຢູ່ກັບທຸກຄົນ ແຕ່ມັນຈະອອກມາແຕ່ສະເພາະຄົນທີ່ເຊື່ອໝັ້ນວ່າມັນມີ ເຈົ້າຢາກເປັນແນວໃດ... ພຽງຄິດຊໍ່ານີ້ມັນພ້ອມທີ່ຈະແລ່ນອອກມາແລ້ວໄດ໋ຫັ່ນ... ສິ່ງທີ່ເປັນຕົນເຮົາຢ່າງແທ້ຈິງນັ້ນ ມັນຕ້ອງການຄວາມເຊື່ອໝັ້ນຈາກເຈົ້າ... ເມື່ອເຈົ້າເຊື່ອໝັ້ນ ມັນກໍຈະມາຮັບໃຊ້ເຈົ້າ... ວິທີການທີ່ຈະດຶງເອົາສ່ວນທີ່ເຮົາມີແລະດີທີ່ສຸດອອກມາໃຊ້ນັ້ນ ພຽງແຕ່ເຈົ້າລະບຸສິ່ງທີ່ເຈົ້າຕ້ອງການທີ່ຈະເປັນ...ສິ່ງທີ່ເຈົ້າຕ້ອງກາທີ່ຈະເຮັດ...ສິ່ງທີ່ເຈົ້າຢາກຈະມີ... ສິ່ງທີ່ເຈົ້າຢາດຈະພົບ... ພຽງຂຽນມັນອອກມາ ຢ່າພຽງແຕ່ຄິດ ແຕ່ຂຽນມັນອອກມາ. ແລ້ວເຮັດສິ່ງຕ່າງໆທີ່ເປັນຫົນທາງໄປສູ່ສິ່ງນັ້ນຈັກປະມານ 21 ມື້... ແລ້ວສິ່ງຕ່າງຈະເລີ່ມປາກົດຕົວ... ຈົ່ງເຊື່ອໃນຄວາມສາມາດຂອງເຈົ້າເທິະ ເພາະວ່າເຈົ້າເກັ່ງກວ່າທີ່ເຈົ້າຄິດສະເໝີ. ແລ້ວພົບກັນໃໝ່ ໃນໂອກາດໜ້າທີ່ຈະມາເຖິງອັນໃກ້ໆນີ້... ລອງທົດລອງເບິ່ງ... ຂຽນສິ່ງທີ່ເຈົ້າຕ້ອງການ ແລະຄວາມເປັນອັດສະຣິຍະຈະຕິດເທີໂບມາຫາເຈົ້າ.

Saturday, September 21, 2013

You Are My Angel...ເຈົ້າຄືນາງຟ້າໃນໃຈ

ทนมานานหัวใจเปล่าเปลี่ยวเดียวดาย ภายในใจไม่เคยลบเลือนภาพเก่า คนคอยพูดคุยนั้นมีก็เพียงแค่เงาข้างกาย ไม่เคยมีใครผูกพัน (แล้ว/สาย)ลมก็พัดพาเธอเข้ามา เติมแรงใจดอกไม้ที่ร่วงโรยในใจ เคยอ่อนล้าได้ฟื้นคืนเบิกบาน เธอคนเดียวเธอคือนางฟ้าในใจ คอยนำทางคนที่อ้างว้างเดียวดาย เปิดใจให้พบรักแท้มีจริง จากดวงใจที่เปี่ยมความหมาย เธอคนเดียวเธอคือนางฟ้าในใจ คอยนำทางคนที่อ้างว้างเดียวดาย เปิดใจให้พบรักแท้มีจริง เปลี่ยนวันคืนเปลี่ยนชีวิตฉันให้พบรักใหม่ อยากโอบกอดรักเธอแนบอยู่เคียงกาย จะพันธนาการเธอด้วยหัวใจที่มี อยากจะขอบคุณมอบความอบอุ่นให้เธอคนดี รักเธอด้วยใจหมดใจ (แล้ว/สาย)ลมก็พัดพาเธอเข้ามา เติมแรงใจดอกไม้ที่ร่วงโรยในใจ เคยอ่อนล้าได้ฟื้นคืนเบิกบาน เธอคนเดียวเธอคือนางฟ้าในใจ คอยนำทางคนที่อ้างว้างเดียวดาย เปิดใจให้พบรักแท้มีจริง จากดวงใจที่เปี่ยมความหมาย เธอคนเดียวเธอคือนางฟ้าในใจ คอยนำทางคนที่อ้างว้างเดียวดาย เปิดใจให้พบรักแท้มีจริง เปลี่ยนวันคืนเปลี่ยนชีวิตฉันให้พบรักใหม่ เธอคนเดียวเธอคือนางฟ้าในใจ คอยนำทางคนที่อ้างว้างเดียวดาย เปิดใจให้พบรักแท้มีจริง จากดวงใจที่เปี่ยมความหมาย เธอคนเดียวเธอคือนางฟ้าในใจ คอยนำทางคนที่อ้างว้างเดียวดาย เปิดใจให้พบรักแท้มีจริง เปลี่ยนวันคืนเปลี่ยนชีวิตฉันให้พบรักใหม่ ...อ้างอิง http://sz4m.com/t659

Wednesday, September 18, 2013

ສັດຕູທີ່ຮ້າຍແຮງທີ່ສຸດ ສັດຕູຄວາມຄິດ

ສະບາຍດີທ່ານຜູ້ອ່ານທັງຫຼາຍ...ກັບມາອີກແລ້ວ... ການກັບມາອີກຄັ້ງຂອງ ທຸກສິ່ງເປັນໄປໄດ້ ຍ້ອນຄວາມຄິດ...ຄິດຄິດຄິດຄິດ (ເປັນສຽງກ້ອງຊໍ້າ) ມັນຫຼຸດໂລກແມ່ນບໍ່... ແນ່ນອນ ມັນເປັນສິ່ງທີ່ສຸດຍອດໄປເລີຍ. ກະທູ້ໃນມື້ນີ້ກໍຄື...ສັດຕູທີ່ຮ້າຍທີ່ສຸດ “ໃຜເປັນອຸປະສັກ ຫຼືໃຜທີ່ຂັດຂວາງການທີ່ເຈົ້າຈະໄປຫາເປົົ້າໝາຍຂອງເຈົ້າ... ມັນບໍ່ແມ່ນ ອົສະມາ ບິນລະເດັນ, ມັນບໍ່ແມ່ນຜູ້ກໍ່ການຮ້າຍໃນປະເທດ, ມັນບໍ່ແມ່ນຜູ້ຮ້າຍທີ່ຈັບປືນມາແລ້ວ ເວົ້າວ່າ ເຈົ້າຈົ່ງຢຸດດຽວນີ້... ມັນບໍ່ແມ່ນສັດຕູພາຍນອກ... ແຕ່ມັນເປັນສັດຕູພາຍໃນເຮົາ ແລະຄົນທີ່ຫວັງດີກັບເຮົາຕະຫຼອດມື້ຕະຫຼອດເວັນຫັ້ນແຫຼະ...” “ຫື??? ແລ້ວຄົນໆນັ້ນແມ່ນໃຜ??? ບັງອາດນັກ!.” ພະຣາຊາຊົງກ່າວ “ຂໍເດຊະ... ສັດຕູຄົນນັ້ນກໍຄືຕົວທ່ານ ພະຢະຄ່ະ” ຊາຍຄົນໜຶ່ງກ່າວ “ຫື... ເຈົ້າເວົ້າອັນໃດເກາະ... ເຈົ້າບັງອາດວ່າຂ້ອຍເປັນສັດຕູຂອງຕົວເອງ... ມັນຊ່າງໄຮ້ເຫດຜົນ ແທ້... ຕົວຄົນດຽວ ຊິເປັນທາງຜູ້ຮ້າຍ ແລະຜູ້ດີໄດ້ຫວາ?.” “ໃຈເຢັນໆ ເພາະສິ່ງທີ່ຂ້ານ້ອຍໄດ້ກາບທູນໄປນັ້ນມັນເປັນຄວາມຈິງ... ຄວາມຈິງແບບທີ່ເປັນ paradox…” “ຄຳໆນັ້ນ ມັນໝາຍຄວາມວ່າແນວໃດ?” “ມັນກໍໝາຍຄວາມວ່າ ຄວາມຈິງທີ່ຕອນທຳອິດ ເບິ່ງຄືວ່າມັນບໍ່ເປັນຄວາມຈິງ ແຕ່ທີ່ແທ້ຈິງ ມັນເປັນຄວາມຈິງ... ນີ້ແຫຼະ ທ່ານເອີຍ... ຍັງຍຶດຕິດກັບຄວາມຄິດເກົ່າ ບໍ່ຍອມເປີດຮັບເອົາສິ່ງໃໝ່ໆ.” “ນີ້ເຈົ້າ ລໍ້ດ່າຂ້ອຍຫວາ?” “ມິກລ້າ... ມິກລ້າ... ເພາະເພາະມັນເປັນຄວາມຈິງ.” “ເຈົ້າມີຫຍັງຊິຍົກໃຫເປັນົວຢ່າງແດບໍ່... ຂ້າຍັງບໍ່ທັນເຂົ້າໃຈ... ຄືແບບວ່າ ມັນພຽງແຕ່ເຂົ້າຫູນ່ະ...” “O.K…” “ດຽວໆ... ອັນທີ່ວ່າ O.K ມັນແມ່ນຫຍັງ?” “ນັ້ນບໍ່ແມ່ນຕົວຢ່າງເລີຍ...” “ເອົ້າ... ຮີບເລົ່າມາ ຕົວຢ່າງຫັ້ນ” “ຊ້າງໂຕໜຶ່ງ” ຊາຍຄົນນັ້ນເລີ່ມເລົ່າ “ມັນເປັນຊ້າງທີ່ນ້ອຍໃນຕອນທຳອິດ... ແລະມັນຖືກມັດໄວ້ກັບຕົ້ນໄມ້... ຕົ້ນໄມ້ທີ່ກະບໍ່ໃຫຍ່ປານໃດດອກ... ແລ້ວມັນກໍໃຫຍ່ຂຶ້້ນຕະຫຼອດ ຈົນເປັນຊ້າງທີ່ໃຫຍ່ເທົ່າທີ່ຊ້າງສາມາດເປັນໄດ້ຫັ້ນແຫຼະ... ແຕ່ທີ່ແປກໃຈມັນບໍ່ເຄີຍດຶງຕົ້ນໄມ້ທີ່ມີຂະໜາດຊໍ່າກັບຕອນທີ່ມັນຍັງນ້ອຍໄດ້ເລີຍ...” “ເພາະອັນໃດ.” ພະຣາຊາຖາມ “ກໍເພາະວ່າ ຊ້າງໂຕນັ້ນ ມັນມີຄວາມເຊື່ອມາຕະຫຼອດວ່າ ມັນບໍ່ສາມາດດຶງຕົ້ນໄມ້ນັ້ນໄດ້... ແລະທີ່ສຳຄັນມັນບໍ່ເຄີຍຄິດທີ່ຈະດຶງຕົ້ນໄມ້ນັ້ນເລີຍ...ເພາຄວາມເຊື່ອນັ້ນ... ຂໍຖາມພະຣາຊາວ່າ ອັນໃດເປັນສັດຄຕູຂອງຊ້າງໂຕນັ້ນ?” “ອື... ໜ້າຈະແມ່ນ...ແມ່ນ... ຄວາມເຊື່ອຂອງມັນທີ່ວ່າ ມັນບໍ່ສາມາດດຶງຕົ້ນໄມ້ນັ້ນໄດ້” “ຖືກຕ້ອງເປັນທີ່ສຸດ... ຄວາມເຊື່ອເປັນສັດຕູທີ່ຮ້າຍກາດທີ່ສຸດ ແລະມັນກໍໂຈມຕີເຮົາຕະຫຼອດທີ່ເຮົາຄິດແຕກຕ່າງຈາກມັນ ຫຼືຄວາມເຊື່ອເກົ່າໆນັ້ນ...” “ແລ້ວຊິເຮັດແນວໃດ ເຮົາຈຶ່ງຈະສາມາດເອົາຊະນະຄວາມເຊື່ອເກົ່າຂອງເຮົາ” ພະຣາຊາກ່າວ “ງ່າຍ... ທີ່ສຸດ ແລ້ວມັນຍັງຍາກ... ທີ່ສຸດ ເພາະທຸກເທື່ອທີ່ເຮົາຄິດຕ່າງມັນຈະບອກຕະຫຼອດວ່າ ‘ບໍ່ແມ່ນເຂດປອດໄພແລ້ວ ຈົ່ງກັບມາດຽວນີ້້!!!’” “ແລ້ວອັນທີ່ງ່າຍທີ່ສຸດເດຊັ້ນ” “ມັນງ່າຍຢູ່ບ່ອນວ່າ ເພາະເຮົາສາມາດຄວບຄຸມມັນໄດ້ ໂດຍການຄິດທັບມັນຕະຫຼອດ... ປົກກະຕິເຮົາມັນຈະເວົ້າວ່າ ເຮົາບໍ່ສາມາດເຮັດໄດ້, ເຮົາມັນບໍ່ດີ, ເຮົາເປັນຄົນທີ່ມີປົມດ້ອຍ, ເຮົາເປັນຄົນບໍ່ເກັ່ງ, ເຮົາມັນເໝືອນກະຕ່າຍໝາຍຈັນ...ເຮົາກໍພຽງແຕ່ ປຽ່ນໃຫ້ມັນເປັນສິ່ງບວກໆ ຄືວ່າ ເຮົາສາມາດເຮັດໄດ້, ເຮົາເປັນຄົນທີ່ດີທີ່ສຸດ, ເຮົາເປັນຄົນທີ່ເຮັດທຸກສິ່ງໄດ້...” “ໜ້າສົນໃຈ” ພະຣາຊາກ່າວ “ມັນເປັນສິ່ງທີ່ສຸດຍອດໄປເລີຍ...ແລ້ວເຮົາຈະມາສົນທະນາກັນອີກເທື່ອໜ້າ”

Thursday, September 5, 2013

ພະລັງແຫ່ງການໂຟກັສ

ພະລັງຂອງການໂຟກັສ ອັນ ຢອງ ຮັງ ເຊ ໂຢ້... (ເອີ້...ບໍ່ຮູ້ວ່າມັນແມ່ນໍຫຼືບໍ່. ກັບມາພົບກັນອີກຄັ້ງກັບການທີ່ເຮົາຈະສາມາດເຮັດຄວາມຝັນໃຫ້ມັນເປັນຈິງ... ເລີ່ມກັນທີ່ ຄວາມໝາຍຂອງເປົ້າໝາຍຂອງເຈົ້າ... ເປົ້າໝາຍ ຫຼື ຄວາມໄຝ່ຝັນຂອງແຕ່ລະຄົນນັ້ນຕ່າງກັນປານຟ້າກັບດິນເລີຍ... ຄຳວ່າ “ເປົ້າໝາຍ” ນີ້ໃດ ຫຼືພາສາອັງກິດເຂົາເຈົ້າເວົ້າວ່າ Goal ນີ້... ລອງໄປຖາມແຕ່ລະຄົນລອງເບິ່ງ... “ຄວາມສຳເລັດຂອງເຈົ້າແມ່ນຫຍັງ?” ຖາມ 100ຄົນ ຄຳຕອບແຕກຕ່າງກັນຊ໊ຽບ!... ແລ້ວຄຳຕອບໃດທີ່ຖືກນ່ະ? ມັນຖືກໝົດນັ້ນແຫຼະ... ຕອບແນວໃດກໍຖືກເໝີດດດດດໆໆໆໆ... ຖືກເໝິດອີ່ຫຼີແທ້ໆນີ້ແຫຼະ ບາງຄົນອາດຕອບວ່າ “ເປົ້າໝາຍຂອງຂ້ອຍແມ່ນ ການທີ່ຂ້ອຍສາມາດໄດ້ລົດຂອງຫຼິ້ນທີ່ໃໝ່ ຫຼືດີກວ່າໝູ່...” ນີມັນເປັນຄວາມຝັນ ຫຼືເປົ້າໝາຍຂອງເດັກນ້ອຍ... ຫຼື... “ເປົ້າໝາຍຂອງຂ້ອຍແມ່ນ ຂໍໃຫ້ສາມາດເສັງໄດ້” ຫຼື... “ເປົ້າໝາຍຂອງຂ້ອຍແມ່ນການທີ່ຂ້ອຍສາມາດຜ່ານການພຣີເຊັ້ນໃຫ້ຜ່ານໃນຮອບດຽວ” ຫຼື... “ເປົ້າໝາຍຂອງຂ້ອຍແມ່ນ ການທີ່ສາມາດຫາວຽກໄດ້ ໃນຕອນທີ່ຮຽນຈົບແລ້ວ ແບບງ່າຍໆ” ຫຼື... “ເປົ້າໝາຍຂອງຂ້ອຍແມ່ນການທີ່ຂ້ອຍສາມາດໄດ້ເງິນເດຶອນ, ເລື່ອນຕຳແໜ່ງ, ທຸລະກິດປະສົບຜົນສຳເລັດ, ການທີ່ມີອິດສະລະພາບທາງການເງິນ, ມີຄວາມສຳພັນທີ່ດີເລີດ, ມີສຸຂະພາບດີ... ຫຼື... ຕ່າງໆ.............. ຄວາມໝາຍຂອງ ແລະຂະໜາດຂອງຄວາມສຳເລັດມັນແຕກຕ່າງກັນຕາມແຕ່ລະຄົນ... ມັນອາດຈະເປັນເປົ້າໝາຍໃນໄລຍະຍາວ ຫຼືສັັ້ນກໍແລ້ວແຕ່ເລື່ອງຂອງເຈົ້າເອງ... ແລ້ວສິ່ງໃດທີ່ຈະສາມາດເຮັດໃຫ້ຄວາມຝັນນັ້ນເປັນຈິງໄດ້??? (ອັນນີ້ແຫຼະ ທີ່ຢາກຮູ້ມາແຕ່ດົນນ່ະ...ລີລາຢູ່) ສຽງໃນຫົວຂອງເຈົ້າມັນບອກ... ແຕ່ສິ່ງທີ່ໜ້າສົນໃຈຄື ສິ່ງທີ່ຈະສາມາດເຮັດໃຫ້ສິ່ງທີ່ທ່ານຝັນເປັນຈິງໄດ້ນັ້ນແມ່ນ “ທຸ້ມຄວາມສົນໃຈ” (Focus) ທຸ້ມຄວາມສົນໃຈໄປທີ່ສິ່ງທີ່ເຈົ້າຕ້ອງການ... ຕ້ອງການສິ່ງໃດກໍພຽງແຕ່ ເນັ້ນຄວາມສົນໃຈໄປທີ່ໂຕນັ້ນ... ສັ້ນໆຊໍ່ານີ້ແຫຼະ... ແຕ່ທີ່ແນ່ໆ ໂຕເຈົ້າຫັ້ນນ່າ... ບັນຫາຂອງມັນ ເຈົ້າເຄີຍທຸ້ມໃຈໄປກັບສິ່ງທີ່ເຈົ້າຕອ້ງການຫຼືບໍ່??? ແນ່ນອນ... ຕອນທຳອິດເຈົ້າມັກຈະທຸ້ມໄປໃສ່ມັນເຕັມ ແຕ່ບຶດດຽວກໍເຊົາແຫຼະ! (ເຊິ່ງຂ້ອຍກໍມັກເປັນ) ມັນເປັນສິ່ງທີ່ທຳມະດາ ທີ່ເມື່ອເຮົາກ້າວອອກມາຈາກເຂດປອດໄພແລ້ວ ເຮົາຮູ້ຈະສຶກວ່າ ບໍ່ປອດໄພ ແລ້ວເຮົາກໍພະຍາຍາມກັບຄືນສູ່ບ້ານເກົ່າ... ຈະເປັນການດີກ່ວາບໍ່ ທີ່ເຮົາຈະຂະຫຍາຍເຂດປອດໄພຂອງເຮົາໃຫ້ກ້ວາງຂຶ້ນເລຶ້ອຍໆ... ການທີ່ເຮົາໄດ້ອ່ານປະໂຫຍກທີ່ວ່າ “ ທຸກສິ່ງສາມາດເປັນໄປໄດ້ ເພາະຄວາມຄິດ” ຊໍ່ານີ້ ເຮົາກໍຮູ້ສຶກບໍ່ປອດໄພແລ້ວ... ແຕ່ເມື່ອເຮົາສາມາດຝັງຄວາມເຊື່ອນີ້ໄວ້ ກໍເທົ່າກັບວ່າ ເຮົາໄດ້ຂະຫຍາຍເຂດຄວາມປອດໄພໄວ້ແລ້ວ... ທຳມະຊາດຂອງເຮົາ ເຮົາມັກທຸ້ມຄວາມສົນໃຈໄປແຕ່ສິ່ງທີ່ເຮົາບໍ່ຕ້ອງການ ນັ້ນເປັນການຈັບຜິດໂຕເອງ... ເຈົ້າຄືຊິບໍ່ມັກຄົນທີ່ມັກແຕ່ຈັບຜິດຄົນອື່ນ ໂດຍສະເພາະເມື່ອເຂົາຈັບຜິດເຮົາ... ເຮົາກໍຈະບໍ່ມັກຂີ້ໜ້າຄົນນັ້ນ ແລະຈະບໍ່ມັກເຮັດສິ່ງຕ່າງໆໃຫ້ຄົນນັ້ນ... ໂຕເຮົາເອງກໍແບບນັ້ນແຫຼະ... ເມື່ອເຮົາເອົາແຕ່ຈັບຜິດໂຕເອງ... ຈິດໃຈຂອງເຮົາກໍຈະບໍ່ມັກເຮັດສິ່ງຕ່າງໆໃຫ້ເຮົາ... ການທີ່ເຮົາຮູ້ສຶກດີ ແລະຊົມເຊີຍໂຕເຮົາເອງ ເມື່ອເຮົາເຮັດສິ່ງໃດໜຶ່ງສຳເລັດ... ໂຕເຮົາກໍຈະມີກຳລັງໃຈເຮັດສິ່ງຕ່າງໆໃຫ້ເຮົາຕໍ່ໄປ... ໃນທາງກັບກັນ... ເມື່ອເຮົາເອົາແຕ່ຈັບຜິດໂຕເອງ... ຕອນທີ່ເຮັດດີ ບໍ່ເຄີຍໄດ້ຮັບການຍ້ອງຍໍສັນລະເສີນເລີຍຍຍຍຍ... ແຕ່ທັນທີທີ່ເຮົາເຮັດຜິດ... ໂດນດ່າດ້ວຍຄວາມຄິດທັນທີ... “ເຮົາມັນກໍຊໍ່ານິີ້ແລະ” “ສົນນໍ້າໜ້າໂຕເອງ” “ນ້ອຍໃຈໃນວາສະນາຂອງຕົນເອງ” “ເຮົດບໍ່ໄດ້ດອກ” “ເຮົາມັນບໍ່ເກັ່ງ” “ເຮົາມັນບໍ່ລໍ່ ບໍ່ງາມ ບໍ່ລວຍ” “ເຮົາມັນຄົນບ້ານນອກ” “ເຮົາມັນສະໝອງບໍ່ດີ” ຫຼື ອັນໃດກໍແລ້ວແຕ່ ທີ່ເຮົາດ່າຕົນເອງ... ແນ່ນອນສ່ວນຕົວເຮົາ ທຸກຄົນເລີຍແຫຼະ “ມັກຍ້ອງ” ກັນທຸກຄົນ ແຕ່ເຮົາບໍ່ເຄີຍຍ້ອງຕົນເອງເລີຍ... ຖ້າແຕ່ໃຫ້ເຂົາມາຍ້ອງ... ເຂົາບໍ່ຍ້ອງ ກະໂທດໂຕເອງອີກ... ຈັ່ງແມ່ນ... ການທຸ່ມຄວາມສົນໃຈ ແມ່ນການທີ່ເຮົາຍຶດເປົ້າໝາຍຂອງເຮົາເອົາໄວ້... ແລະຄອຍສະຫຼອງໃນໃຈກັບສິ່ງທີ່ຕົນເອງເຮົດສຳເລັດໄປແຕ່ລະຂັ້ນ... ຖ້າເຮົົາມີການສັງເກດວ່າຕົນເອງເຮັດໄດ້ດີປານໃດ ມັນກໍແມ່ນແລ້ວວ່າ ເຮົາໄດ້ໂຟກັສ ກັບສີ່ງທີ່ເຮົາຕ້ອງການບັນລຸແລ້ວ...

Tuesday, August 20, 2013

ພະລັງແຫ່ງຄວາມຍິນດີ

ພະລັງແຫ່ງຄວາມຍິນດີ ການທີ່ຜູ້ອື່ນມີລົດ, ມີບ້ານ, ຖືກເລກ ຫຼືໄດ້ເລື່ອນຕຳແໜ່ງ ຫຼືອອັນໃດດີໆນັ້ນ ເປັນການທີ່ທຳມະຊາດກຳລັງຈັດງານວາງສະແດງສິນຄ້າ ແລະເຮົາເອງກໍເປັນຄົນທ່ຽວຊົມ. ໃນງານວາງສະແດງສິນຄ້າ ຖ້າເຮົາມັກສິ່ງໃດ ເຮົາກໍເລືອກເອົາສິ່ງນັ້ນ ດ້ວຍການສະແດງຄວາມຊື່ມຊົມຍິນດີ ແລະຮູ້ສຶກຮັກສິ່ງນັ້ນຢ່າງແທ້ຈິງ. ໃນຊີວິດແຕ່ລະວັນນັ້ນ ເຮົາກຳລັງທ່ຽວຊົມຕະຫຼາດ ຫຼືງານວາງສະແດງສິນຄ້ານັ້ນ ເຊິ່ງມັນສະແດງອອອກຊັ່ນ: ຄົນລໍ່, ຄົນງາມ, ຄົນສະຫຼາດ, ຄົນມີລົດ, ຄົນມີບ້ານງາມ, ຄົນໄດ້ເລື່ອນຕຳແໜ່ງ, ຄົນສອບຜ່ານ, ຄົນຖືກເລກ, ຄົນໄດ້ຂຶ້ນເງິນເດືອນ, ຄົນມີຄວາມຮັກ, ຄູ່ຮັກທີ່ຮັກກັນຢ່າງຫວານຊຶ້ງ, ທຸລະກິດທີ່ປະສົບຄວາມສຳເລັດ ແລະສິ່ງຕ່າງໆ... ສິ່ງທີ່ເປັນບວກ ສິ່ງທີ່ເຮົາຕ້ອງການນັ້ນ ມັນເປັນການວາງສະແດງ ແລະແນ່ນອນທີ່ສຸດ “ເຮົາສາມາດເປັັນເຈົ້າຂອງໄດ້” ທ່ານສາມາດເປັນເຈົ້າຂອງບ້ານໃນຝັນໄດ້, ສາມາດເປັນເຈົ້າຂອງລົດຄັນນັ້ນໄດ້, ສາມາດເປັນຄົນທີ່ສະຫຼຽງສະຫຼາກໄດ້. ສິ່ງດຽວທີ່ທ່ານຈະຕ້ອງເຮັດຄື “ຄວາມຍິນດີ” ຄວາມຍິນດີຈະນຳສິ່ງທີ່ທ່ານຕ້ອງການມາໃຫ້. ທຸກເທື່ອທີ່ທ່ານເຫັນລົດຄັນໃນຝັນແລ່ນຕັດໜ້າ ນັ້ນແຫຼະ... ມັນເປັນທຳມະຊາດສະເໜນີສິ່ງນັນໃຫ້ທ່ານ ແລະມັກຖາມທ່ານແບບບໍ່ຮູ້ຕົວວ່າ “ຕ້ອງການແບບນີ້ຫຼືບໍ?...” ຖ້າທ່ານສະແດງຄວາມຍິນດີກັບເຈົ້າຂອງລົດຄັນນັ້ນ ແລະຮູ້ສຶກດີປານກັບວ່າລົດຄັນນັ້ນເປັນລົດຂອງທ່ານເອງແລ້ວ ກໍເທົ່າກັບວ່າທ່ານກຳລັງນຳມັນມາໃນຊີວິີດທ່ານແລ້ວ... ໃນພຸດທະສາສນານັ້ນ ໃນຫົວຂໍ້ທຳ “ພຣົມມະວິຫາຣ” ນັ້ນຮຽກວ່າ ມຸທິຕາ ຄືຮ່ວມສະແດງຄວາມຍິນດີກັບຄວາມດີຄວາມຊອບຂອງຄົນອື່ນ ແລະສິ່ງເຫຼົ່ານີ້ກໍຈະມາຫາທ່ານ ເຊິ່ງໃນສາສນາ ເພິ່ງມັກເວົ້າວ່າ “ໄດ້ບຸນ”. ເມື່ອທ່ານສະແດງຄວາມຍິນດີກັບເຂົາດ້ວຍຄວາມຈິງໃຈ ທ່ານໄດ້ບຸນ ແລະບຸນໃນຄວາມໝາຍນີ້ກໍຄື: ທ່ານກຳລັງໄດ້ສິ່ງນັ້ນຄືກັນ. ເພາະສິ່ງທີ່ຄືກັນມັນຈະດຶງດູດກັນໄດ້. ໃນທາງກັບກັບ ຖ້າທ່ານເຫັນຄົນຂີ່ລົດຄັນງາມນັ້ນ ແລະເກີດຄວາມຮູ້ສຶກອິດສາ ນັ້ນເປັນການບອກວ່າ ທ່ານບໍ່ຕ້ອງການລົດຄັນນັ້ນ ແລະທ່ານຈະມີລົດຄັນນັ້ນໄດ້ຍາກ ເພາະກົດແຫ່ງການດຶງດູດເວົ້າວ່າ: ສິ່ງທີ່ຄືກັນຍ່ອມດຶງດູດກັນ. “ເວລາຮຮູ້ສຶກດີກັບໃຜບາງຄົນມີອັນໃດ ທ່ານກຳລັງນຳສິ່ງນັ້ນມາໃຫ້ຕົນເອງ. ເວລາທີ່ຮູ້ສຶກດີກັບຄວາມສຳເລັດຂອງຄົນອື່ນ, ຄວາມສຸກຂອງຄົນອື່ນໆ ຫຼືເລື່ອງດີໆ ທີ່ຄົນອື່ນມີ ທ່ານກໍກຳລັງເລືອກສິ່ງນັ້ນຈາກແຄັດຕາລັອກຊີວິດ ແລະກຳລັງເລືອກສິ່ງນັ້ນເຂົ້າມາຫາຕົນ” ຣອນດ້າ ເບິຣ໌ນ ຜູ້ຂຽນໜັງສື ເດິະ ຊີເຄຣັຕ, ເດິະ ພາວເວີ້ ແລະ ເດິະ ເມຈິກ ( Rhonda Byrne, Writer of The Secret, The Power and The Magic) ມັນອາດຜິດວິສັຍມະນຸດເຮົາ ທີ່ມັນຈະຂີ້ອິດສາຜູ້ອື່ນ ບາງຄົນເຖິງຂັ້ນຮຸນແຮງ ຈົນເປັນຣິສະຍາ. ອິດສາຄືຄວາມຮູ້ສຶກທີ່ບໍ່ດີ ເມື່ອມີຄົນປະສົບຄວາມສຳເລັດບາງຢ່າງ ແຕ່ຣິສະຍາຄື ກາພະຍາຍາມຂັດຂວາງບໍ່ໃຫ້ຄົນອື່ນໄດ້ສິ່ງທີ່ເຂົາຄວນໄດ້. ເຊັ່ນ: ເຫັນໝູ່ງາມກໍ່ຮູ້ສຶກອິດສາທຳມະດາ ແຕ່ຣິສະຍານັ້ນຄື ການເອົາສີດຳໄປ ຫຼືສິ່ງເປິະເປື້ອນມາແປດໃສ່ໃບນ້າຂງອເຂົາຄັນນັ້ນ ເພື່ອໃຫ້ເຂົາບໍ່ງາມ. ເພາະສະນັ້ນ ການສະແດງຄວາມຍິນດີກໍ່ເປັນປັດໃຈໜຶ່ງທີ່ຊັກນຳໃຫ້ປະສົບຜົນສຳເລັດໄດ້. ເມື່ອເກີດຄວາມຍິນດີກັບຄວາມຮູ້ສຶກຂອງຄົນອື່ນ ຈິດໃຕ້ສຳນຶກກໍ່ຈະໄດ້ຮັບຄຳສັ່ງວ່າ “ຊີວິດຕ້ອງການແບບນີ້” ແລະແນ່ນອນຈິເ/ດໃຕ້ສຳນຶກສາມາດເຮັດໄດ້. ເຮົາອາດຈະມີປະເພນີການຕົບມືເພື່ອສະແດງຄວາມຍິນດີກັບໝູ່ເພື່ອນເມື່ອເຂົາເຈັ້າໄດ້ເລື່ອນຕຳແໜ່ງ ແຕ່ນັ້ນອາດບໍ່ແມ່ນການສະແດງຄວາມຍິນດີທີ່ອອກມາຈາກໃຈ... ກນສະແດງຄວາມຍິນດີໃນທີ່ນີ້ ຄືການສະແດງຄວາມຍິນດີ ປານກັບວ່າສິ່ງນັ້ນເປັນຂອງເຮົາ ຫຼື ປານກັບວ່າ ເຮົາກຳລັງໄດ້ເລື່ອນຕຳແໜ່ງເອງ... ເມືື່ອຄວາມຮູ້ສຶກຍິນດີອອກມາຈາກໃຈແທ້ໆແລ້ວ ຈິດໃຕ້ສຳນຶກຈະເກັບມັນໄວ້ ແລະຈະນຳມັນມາໃນຮູບບແບດຽວກັບ ຄືການເລື່ອນຕຳແໜ່ງມາໃຫ້ທ່ານເອງ... ໂດຍມັນຈະມາໃນຮູບແບບ ການຄິດ, ການເວົ້າ, ການກະທຳ, ຄວາມເຊື່ອ, ສະຖານະການ, ຜູ້ຄົນ ເພື່ອນຳສິ່ງນັ້ນມາໃຫ້ ແຕ່ມັນຈະບໍ່ມາແບບບໍ່ເຫດຜົນດອກ... ທຳມະຊາດມີຄວາມສົມບູນພາຍໃນຕົວທີ່ສຸດ. “ເປັນປະຕິຫານທີ່ເກີດຂຶ້ນທຸກເທື່ອກັບຜູ່ທີ່ມີຄວາມຮັກໂດຍແທ້ຈິງ ຍິ່ງໃຫ້ຫຼາຍເທົ່າໃດ ກໍຈະໄດ້ເປັນເຈົ້າຂອງຫຼາຍເທົ່ານັ້ນ” ເຣນເນີ ມາເຣຍ ຣິລເກ້ ນັກຂຽນ ແລະນັກກະວີ (Rainer Maria Rilke, The Writer and Poetry) ການສະແດງຄວາມຍິນດີເປັນການເລື່ອກເອົາສິ່ງທີ່ເຮົາມັນ ແລະປາດຖະໜາ.

Friday, August 16, 2013

ຄົນລວຍເຂົາຄິດກັນແນວໃດ

Updated: Tue, 13 Aug 2013 08:05:20 GMT | By Money » Saving-Tipsคิดบวกสร้างสุขสร้างเงิน พลังคิดบวก นอกจากจะช่วยให้คนประสบความสำเร็จแล้ว ยังช่วยให้คนคิดบวกมีความสุขด้วย และสิ่งที่ตามมาคือส... -------------------------------------------------------------------------------- แบ่งปัน114แชร์114 -------------------------------------------------------------------------------- พลังคิดบวก นอกจากจะช่วยให้คนประสบความสำเร็จแล้ว ยังช่วยให้คนคิดบวกมีความสุขด้วย และสิ่งที่ตามมาคือสุขภาพกายและใจแข็งแรง “You are what you think” คิดอย่างไร? ได้อย่างนั้นเคยสังเกตไหมคนสองคนทำทุกอย่างเหมือนกันทุกประการ ทำไมคนหนึ่งสำเร็จ อีกคนไม่สำเร็จ ทำอะไร? ก็ไม่ได้ดี ทำการค้าก็ขาดทุนเป็นหนี้เป็นสิน ทำงานเป็นลูกจ้างก็ไม่ก้าวหน้า ไม่ได้อยู่ที่ไหนเลย อยู่ที่ “วิธีคิด” คิดบวกชีวิตบวก คิดลบชีวิตลบ ภาษาพุทธศาสนาเรียกว่า “จิต/ใจ” สุขหรือทุกข์อยู่ที่ใจ อยู่ที่วิธีคิดจะคิดให้ตัวเองทุกข์หรือจะคิดให้สุข เลือกได้ แต่คนเราส่วนใหญ่ชอบเลือกที่จะคิดให้ตัวเองทุกข์ เมื่อทุกข์จิตใจจะเศร้าหมองจะเริ่มท้อ เมื่อท้อทำอะไรก็ไม่สำเร็จเพราะไม่มีพลัง จิตใจห่อเหี่ยว แช่งตัวเองทุกวัน “ทำไม่ได้หรอก ไม่มีทางสำเร็จ ปัญหาเยอะขนาดนี้จะสำเร็จได้อย่างไรไม่มีทาง ฯลฯ” ทุกวันนี้ความผันผวนทางด้านเศรษฐกิจมีมากมาย สารพัดภัยรอบตัวเราทั้งภัยจากธรรมชาติ ภัยที่เกิดจากมนุษย์ด้วยกัน สิ่งแวดล้อมต่างๆ ที่อยู่รอบตัวเราล้วนทำให้เราเกิดทุกข์ได้อย่างง่ายดาย มาช่วยกันดูแลตัวเองด้วยการคิดบวกจะดีกว่าไม่ว่าอะไรจะมากระทบขอให้คิดบวกไว้ก่อน มีงานวิจัยของสหรัฐอเมริกาเรื่องวิธีคิดที่มีผลต่อเซลล์สมอง เขาบอกว่าทุกครั้งที่คิดบวกเซลล์สมองด้านดีจะแตกกิ่งก้านสาขาออกมามากมาย แต่เมื่อไรคิดลบเซลล์สมองอีกด้านก็จะแตกกิ่งก้านออกมาเหมือนกันแต่จะรวมกันคล้ายพังผืดยึดติดกันเป็นแผ่นทำให้เลือดที่จะไปเลี้ยงสมองไหลเวียนไม่สะดวกทำให้เกิดโรคร้ายต่างๆ ตามมา ไม่ว่าผลการวิจัยนี้จะจริงหรือไม่ก็ตามสิ่งที่เราสามารถพิสูจน์ได้คือ คิดบวกแล้วมีความสุขแน่ๆ คิดลบก็ทุกข์แน่ๆ เช่นกัน เมื่อรู้แบบนี้แล้วเรายังจะคิดลบกันอยู่ทำไม มาดูกันดีกว่าคนรวยเขามีวิธีคิดอย่างไร? = = > คนรวยเชื่อในทฤษฎี Can Do ทุกอย่างทำได้และลงมือทำอย่างจริงจัง คนจนคิดว่าฟ้าลิขิตทำยังไงก็ไม่ได้ถ้าดวงไม่มี = = > คนรวยมีเป้าหมายชัดเจนว่าต้องการอะไร และคิดหาวิธีไปถึงเป้าหมายโดยไม่ละความพยายามด้วยความมุ่งมั่นแน่วแน่ คนจนส่วนใหญ่ไม่มีเป้าหมายหรือแม้มีเป้าหมายก็ไปไม่ถึงเพราะความคิดลบสกัดกั้น = = > คนรวยเห็นแต่โอกาสไม่คิดถึงปัญหาแม้มีปัญหาก็แก้ไขได้ คนจนเห็นแต่อุปสรรค จ้องมองหาแต่ปัญหาที่ทำให้ท้อแท้ไม่สู้ = = > คนรวยคิดใหญ่ อย่างมีพลัง คิดได้ต้องได้ คิดมีต้องมีใช้พลังความคิดเป็นตัวขับเคลื่อน คนจนคิดเล็ก ได้ก็ดีไม่ได้ก็ช่างมัน = = > คนรวยใช้เงินทำงานด้วยการบริหารจัดการให้เงินงอกเงย คนจนทำงานเพื่อให้ได้เงินมาจับจ่ายใช้สอย อยู่กับลัทธิเอาอย่าง = = > คนรวยคบหาสมาคมกับคนที่ประสบความสำเร็จและคิดบวก คนจนคิดลบคบหากับคนที่ไม่ประสบความสำเร็จ = = > คนรวยทำสิ่งใดคาดหวังต่อความสำเร็จ เชื่อว่าสามารถทำได้มีความมั่นใจ คนจนทำสิ่งใดคาดหวังต่อความล้มเหลว ขาดความเชื่อมั่นคิดถึงแต่ความไม่สำเร็จ พลังคิดบวกนอกจากจะช่วยให้คนประสบความสำเร็จแล้วยังช่วยให้คนคิดบวกมีความสุขด้วยและสิ่งที่ตามมาคือสุขภาพกาย-ใจแข็งแรง ผู้คนรอบข้างมีความสุข ตรงกันข้ามกับคนคิดลบนอกจากไม่ประสบความสำเร็จแล้วยังเต็มไปด้วยความทุกข์ หวาดระแวง เครียด สิ่งที่ตามมา คือ โรคร้ายแรง คนใกล้ชิดมีแต่ความทุกข์ เพียงคิดบวกทุกๆวัน ชีวิตคุณจะเปลี่ยนไป “คิดบวกสร้างสุขสร้างเงิน” ที่มา : www.bangkokbiznews.com

Thursday, August 15, 2013

ອະທິຖານກ່ອນນອນ...

ຄຳອະທິດຖານກ່ອນນອນ ມັນເປັນຄວາມຈິງແທ້ບໍ? ເຊື່ອວ່າມີຫຼາຍຄົນທີ່ຖືກຜູ້ໃຫຍ່ເພິ່ນບອກວ່າ ຖ້າຢາກຮຽນເກັ່ງ ກ່ອນຊິນອນໃຫ້ຂາບໝອນ ແລ້ວບອກວ່າ ຂ້ອຍເປັນຄົນຮຽນເກັ່ງ. ຜູ່ຂຽນເຄີນຖືກບອກມາ ແລະຄິດວ່າສິ່ງຕໍ່ໄປນີ້ໜ້າຈະຕອບຄຳຖາມທີ່ວ່າ ມັນເປັນຈິງແທ້ບໍ່ ຫຼືມັນມີໂອກາດເປັນຈິງແທ້ບໍ? ເວົ້າແລ້ວວ່າໄປວ່າມາ ມັນກະເປັນແນວແບບຈິດຕະສາດ... ເພື່ອກະຕຸ້ນໃຫ້ເຮົາສາມາດເຮັດໄດ້ແນວນັ້ນ... ຈິດໃຕ້ສຳນຶກ ມັນເປັນສິ່ງທີ່ບັນທຶກທຸກສິ່ງທີ່ເຮົາຄິດ ແລະມັນກໍເກັບແບບທີ່ເຮົາບໍ່ເຄີຍຮູ້ຕົວມາກ່ອນ... ເຮົາອາດຄິດວ່າຢາກຈຳຫຍັງກໍຈຳ ແຕ່ທີ່ແນ່ນໆ ມັນບນທຶກທຸກເລີຍເວີ່ຍ... ອັດສະຈັນຢ່າງຍິ່ງເລີຍ... ໂດຍສະເພາະຖ້າເປັນຄວາມຮູ້ສຶກແລ້ວມັນຈະບັນທຶດທຸກສິ່ງທີ່ເຮົາຮູ້ສຶກ... ເຄີຍເປັນບໍ່ ທີ່ແບບວ່າ ເມື່ອຮູ້ສຶກໃຜ ຫຼືຮູ້ສຶກຮັກໃຜ ແລ້ວ ມັນຍາກທີ່ຈະລືມ ຫຼືບາງເທື່ອເມື່ອເຂົາຈາກເຮົາໄປແລ້ວ ແຕ່ຄວາມຮູ້ສຶກນັ້ນກໍຍັງບໍ່ລືມຈັກເທື່ອ.... ເພາະສິ່ງດຊັ້ນຫວາ... ເພາະຈິດໃຕ້ສຳນຶກມັນບັນທຶກໂດຍທີ່ບໍ່ຕ້ອງການການກົດຄຳສັ່ງ save ຄືກັບຄອມພິວເຕີ້ເລີຍ... ມັນບັນທຶກທັນທີ ທີ່ເຮົາຮູ້ສຶກ ບັນທຶກທຸກສິງທີ່ເຮົາຄິດ... ແລະໄວສຸດໆ ຈົນພວກເຮົາບໍ່ຮູ້ວ່າ ມັນຖຶກບັນທຶກລົງໄປແລ້ວ. ແລ້ວມັນກຽ່ວຍັງກັບ ການອະທິຖານກ່ອນນອນຂອງເຮົາລະ? ແນ່ນອນ ເພາະເວລາທີ່ເຮົາກຳລັງອະທິຖານຢູ່ນັ້ນ ເຮົາກຳລັງຄິດແມ່ນບໍ່.. ແນ່ນອນ ເຮົາກຳລັງຄິດຢູ່ ແລະເຮົາກໍອາດຈະກຳລັງຮຄ້ສຶກໃນສິ່ງທີ່ເຮົາກຳລັງຕ້ອງການກໍເປັນໄປໄດ້ ແລະມັນກໍຈະບັນທຶກສິ່ງັ້ນໄວ້ ແລ້ວມັນກໍ່ໄປສັ່ງການທຳງານໃນຮ່າງກາຍ ສ້າງສັນຫາເຫດການຕ່າງໆ ສ້າງນັສຫາຜູ້ຄົນ ສ້າງ ຫຼືກຳນົດການກະທຳ, ການຄິດ, ການເວົ້າໃຫ້ມັນເປັນໃນທາງດຽວກັບວິ່ງທີ່ເຮົາຖືກບັນທຶກໄວ້... ມັນເປັນເໝືອນ Google ທີ່ທຸກເທື່ອທີ່ເຮົາພິມຫຍັງລົງໄປ ມັນກໍຈະສັນຫາມາທັນທີ...ໃນການອະທິຖານກ່ອນນອນນັ້ນ ເຮົາກໍກຳລັງພິມສິ່ງທີ່ເຮົາຕ້ອງການລົງໃນ ກູເກີລ... ແນແນ່ນອນມັນຈະອອກມາ ຍິ່ງສິ່ງທີ່ເຈົ້າພິມແນ່ນອນ ແລະຊັດເຈນເທົ່າໃດ ເຈົ້າກໍຈະເຫັນສິ່ງທີ່ເຈົ້າພິມໄວຂຶ້ນ ແລະງ່າຍຂຶ້ນ. ການທີ່ອະທິຖານກ່ອນນອນ ສາມາດເປັນຈິງໄດ້ ແຕ່ມັນຈະເປັບແບບສິ່ງທີ່ລົ່ນມາຈາກຟ້າ ແຕ່ມັນເຮັດວຽກຜ່ານ ການກະທຳຂອງເຮົາ, ເຮັດວຽກຜ່ານການຄິດ, ເຮັດວຽກຜ່ານການເວົ້າຈາປາໄສ, ເຮັດວຽກຜ່ານຜູ້ຄົນຕ່າງໆ. ມັນອາດຈະມາຜ່ານທາງອຸບັດຕິເຫດເພື່ອໃຫ້ເຈົ້າໄດ້ພົບກັບຄູ່ຮັກຂອງເຈົ້າ... ມັນບໍ່ໄດ້ເປັນພົມລິຂິດດອກ ມັນເປັນການສະແດງອອກຕາມຄວາມຮູ້ສຶກ ແລະການຄິດຂອງເຮົາ.ເພາະສິງພາຍນອກສະແດງໃຫ້ອອກມາຕາມສິ່ງທີ່ພານໃນເປັນ ເຈົ້າອາດຈະຖືກຫົວໜ້າມອບວຽກງານໃຫ້ ແຕ່ໃນຄວາມຄິດເລິກໆແລ້ວ ເຈົ້າຈັ່ງແມ່ນບໍ່ມັນຫົວໜ້າຂອງເຈົ້າເລີຍ... ຄວາມຮູ້ສຶກທີ່ເຈົ້າບໍ່ມັກນັ້ນແລະທີ່ມັນຈະກຳນົດການກະທຳ ກນເວົ້າຂອງເຈົ້າທີ່ມີຕໍ່ເຈົ້ານາຍຄົນນັ້ນ ແລ້ວມັນກໍ່ນຳໄປສູ່ການໄລ່ອອກຈາກວຽກໃນທີ່ສຸດ... ບໍ່ໄດ້ເປັນຍອນເຂົາດອກ... ເຮົານີ້ແຫຼະ ເຮົາເອງທີ່ຄິດ ມັນກໍ່ເປັນຕາມທີ່ຄິດເດຊັ້ນ... ເຈົ້າອາດມີຄຳອະທິຖານວ່າ ຂໍໃຫ້ເສັງໄດ້... ຄຳອະທິຖານອັນນັ້ນ ມັນຈະໄປກຳນົດສິ່ງທີ່ເຈົ້າກະທຳ ເຊັ່ນວ່າ ມັນຈະໄປເຮັດໃຫ້ເຈົ້າມີຄວາມດູໝັ່ນຫຼາບຂຶ້ນ... ເຮົດໃຫ້ເຈົ້າກ້າຖາມບົດຮຽນນຳຜູ້ອື່ນ ແລະເຈົ້າກໍເສັງໄດ້... ຄຳອະທິຖານກ່ອນນອນເປັນໄປໄດ້... ແຕ່ມັນໄດ້ໂດຍຜ່ານຕົວຂອງເຮົາເອງ ການນຫະທຳຂອງເຮົາເອງ ການຄິດຂອງເຮົາເອງ ການເວົ້າຂອງເຮົາເອງ... ເຮົາສາມາດປ່ຽນໄດ້ ດວ້ຍການປ່ຽນຄວາມຄິດ. ແຕ່ທີ່ໜ້າເສຍດາຍກໍຄື ມັນຈະບໍ່ມີຜົນຫຍັງ ຖ້າຫາກນອນຢູ່ລ້າ ແລ້ວຖ້າແຕ່ຊິມີໄມ້ກາຍຍະສິດມາເສກເອົາ ຄືກັບໜັງ ແຮຣີ່ ພອຕເຕີ້ ຫຼືແບບ ໂດຣາເອມ໋ອນ. ຄວາມຄິດຈະພາເຮົາໄປເຖິ່ງສິ່ງທີ່ເຮົາຕ້ອງການ... ພິມຄຳສັ່ງໃສຈິດໃຕ້ສຳນຶກ ໃຫ້ຊັດເຈນທີ່ສຸດ ແລ້ວມັນຈະອອກມາໄວ ແລະ ອອກມາແບບງ່າຍໆ. ຕ້ອງການສິ່ງໃດກໍສົນໃນກັບມັນໃຫ້ຫຼາຍທີ່ສຸດ... ພິສູດດ້ວຍຕົວຂອງເຈົາເອງ

Wednesday, August 14, 2013

Everything is possible with ''thinking''

Hi... see me a gain in English version for today... how are you today? hopefully, you are happy... and you are thinking positively... the reason you read this Blog it means that '' you are attracted to this'' you may thinking '' why my life is so so so exhausted... i try to do anything good but it doesn't work'' or you may be in the happiness now and that the reason that it attracted you here... Do you know what're in the out are the result of your thinking inside... stop now! see your thought and consider it is bad or good... or very easy, just see things, people, situations, accident, lucky, or anything around you, everything around you are the result of inside thoughts. If you are experienced with suffering, unemployed, broken love, bad friendship, being cheated,failed the exam, accident... these things show the result of you thinking or thought... you are probably in negative thinking... you may suspect your lover for fearing they would have new one... you are thinking and you acting will follow your thinking... Unconsciousness is extremely honest... what you are thinking is what you are telling it that '' Hey... i want this one... help me to bring in...'' for the most important thing is the Unconsciousness don't care about what you want or don't want... as soon as you think... you tell it... and it would control all your acting, speaking, consequence thinking are base on what have thought... finally, ''YOU ARE WHAT YOU THINK'' This thing is talking Thought Creates Reality... What do you want to BE, what do want to DO, what do you want HAVE, you can get theme by Focusing on what you WANT... don't think about what you don't want... because even they are what you want or not, it don't know... and what you thing is what you will be experienced. If you are in pain now that's because you are thinking negative... if you are in the happiness that's because you are thinking positive. '' I don't it so I always think about it and it comes automatically''. you may against. Just think on what you think... you will be the what you think...

Tuesday, August 13, 2013

ພະລັງແຫ່ງຄວາມຄິດ

ມັນ​ເປັນ​ສິ່ງ​ທີ່​ສຸດຍອດ​ໄປ​ເລີຍ​ແຫຼະ ເພາະ​ວ່າ ເຮົາ​ສາ​ມາດ​ເປັນ, ມີ ແລະ​ເຮັດ​ສິ່ງ​ໃດ​ກໍ່​ໄດ້...ຜ່ານ​ທາງ​ຄວາມ​ຄິດ... Thought creates Reality... ເມື່ອ​ເຈົ້າ​ຕ້ອງ​ການ​ສິ່ງ​ໃດ ກໍ​ຈົ່ງ​ທຸ່ມ​ເທ​ຄວາມ​ສົນ​ໃຈ​ຂອງ​ເຈົ້າ​ໃຫ້​ກັບ​ສິ່ງ​ນັ້ນ... ຮູ້​ສຶກ​ດີ​ກັບ​ມັນ ແລະ​ເຊື່ອ​ວ່າ​ມັນ​ຕ້ອງ​ເກີດ​ຂຶ້ນ​ແນ່ນອນ... ມັນ​ບໍ່​ໄດ​້​ເປັນ​ສິ່ງ​ທີ່​ເວີ້ໆໆໆໆ​ດອກ... ທີ່​ມັນ​ເກີນ​ໄປ​ກໍ​ພຽງ​ແຕ່ ສິ່ງນີ້​ອາດ​ຈະ​ໃໝ່​ສຳຫຼັບ​ເຮົາ ເພາະ​ເຮົາ​ຖືກ​ສອນ​ມາ​ແຕ່​ດົນ​ແລ້​ວວ່າ "ຢ່າ​ຫວັງ​ໃນ​ສິ່ງ​ທີ່​ເກີນ​ຕົວ" ຫຼື "ໝາ​ເບິ່ງ​ເຄື່ອງ​ບິນ" ແຕ່​ຟ້າວ​ກ່ອນ... ທຸກ​ສິ່ງ​ຈະ​ປ່ຽນ​ໄປ ຖ້າ​ຫາກ​ເຈົ້າ​ເຊື່ອ​ໝ​ນັ​ໃນ​ຄວາມ​ຄິດ​ຂອງ​ເຈົ້າ... " Whether you think you can or you can't, you are right" Henry Ford ຕອນ​ທຳ​ອິດ​ທີ່​ເຮັນ​ຣີ່ ຟອກ​ຕິ​ວ່າ​ຈະ​ສ້າງ​ລົດ​ຍົນ​ຂຶ້ນ​ມາ ຄົນ​ທັງຫຼາຍຄດ​ວ່າ​ເຂົາ​ບ້າ ແລະ​ເສຍ​ສະ​ຕິ​ໄປ​ແລ້ວ... ຄົນ​ອີ່​ຫ​ຍັງ​ມາ​ຄິດ​ເກີນ​ໂຕ​ເອົາ​ແທ້​ເອົາ​ວ່າ... ແຕ່​ເຈົ້າ​ກໍ​ເຫັນ​ແລ້ວ​ແມ່ນບໍ່ ທີ່​ເຈົ້າ​ໄດ້​ຂີ່​ລົດ​ເກັ໋ງ​ທຸກມື້ນີ້ ກໍ​ຍ້ອນ​ຄົນ​ບ້າ​ທີ່​ຊື່​ວ່າ ເຮັນ​ຣີ່ ຟອດ​ຫັ້ນ​ແລະ... "ຂ້ອຍບໍ່​ຮູ່​ວ່າ​ມັນ​ເ​ປັນ​ອຳ​ນາດ​ຫ​ຍັງ ແຕ່​ຂ້ອຍ​ແຕ່​ວ່າມັນ​ມີ​ຢູ່​ຈິງ" ນີ້​ຄື​ຄຳ​ເວົ້າ​ຂອງ ອາ​ເລັກ​ຊັງ​ເດີ້ ເກ​ຣ​ແຮມ ເບ​ລ ຜູ້​ທີ່​ປະ​ດິດ​ໂທ​ລະ​ສັບ​ມາ​ໃຫ້​ເຮົາ ແລະ​ພັດ​ທະ​ນາ​ຈົນ​ມາ​ຮອດຫຼິ້ນ ເຟ​ສບຸກ​ໄດ້... ຖ້າ​ເຈົ້າ​ຕ້ອງ​ການ​ສິ່ງ​ໃດ ເຈົ້າ​ກໍ​ຈົ່ງ ຈົດ​ມັນ​ອອກ​ມາ ຫຼື​ລະ​ຍຸ​ມັນ​ອອກ​ມາ ເປັນ​ຮູບ​ເປັນ​ຮ່າງ​ດີໆ ແລ້ວ​ຄວາມ​ຝັນ​ຂອງ​ເຈົ້າ​ຊິບໍ່​ເປັນ​ຄວາມ​ຝັນ​ລົມໆ​ແລ້ງໆ​ອີກ​ຕໍ່​ໄປ... "ເຈົ້າ​ເປັນ​ສິ່ງ​ທີ່​ເຈົ້າ​ຄິດ" (YOU ARE WHAT YOU THINK)... ຕໍ່​ໄປ​ຖ້າ​ຫາກ​ເຈົ້າຕິດ​ຕາມບ​ລັອກ​ນີ້​ແລ້ວ​ຄວາມ​ຝັນ​ຂອງ​ເຈົ້າ​ຈະ​ກາຍ​ເປັນ​ຈິງ... ເພາະ​ມັນ​ສ້າງຂຶ້ນ​ຈາກ​ຄວ​າມ​ຄິດ... ເພາະ​ສິ່ງ​ພາຍນອກ​ຈະ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ສິ່ງ​ທີ່​ມັນ​ເປັນ​ພາຍ​ໃນ ຄື​ໃຈ​ຂຶງ​ເຮົາ​ນັ້ນ​ເອງ... ຄິດ​ຫາ​ແຕ່​ສິ່ງ​ດີໆ ສິ່ງ​ດີໆ​ກໍ​ຈະ​ມາ​ຫາ... ຕິດ​ຫາ​ແຕ່​ສິ່ງ​ທີ່ບໍ່​ດີ... -ໍ​ລອດ​ແນ່ນອນ...ຄວາມ​ຄິດບໍ່​ດີ​ຕ້ອງ​ມາ​ຫາ... (ຕິດ​ຕາມ​ໃນ​ຕອນ​ຕໍ່​ໄປ)