Thursday, August 15, 2013
ອະທິຖານກ່ອນນອນ...
ຄຳອະທິດຖານກ່ອນນອນ ມັນເປັນຄວາມຈິງແທ້ບໍ?
ເຊື່ອວ່າມີຫຼາຍຄົນທີ່ຖືກຜູ້ໃຫຍ່ເພິ່ນບອກວ່າ ຖ້າຢາກຮຽນເກັ່ງ ກ່ອນຊິນອນໃຫ້ຂາບໝອນ ແລ້ວບອກວ່າ ຂ້ອຍເປັນຄົນຮຽນເກັ່ງ. ຜູ່ຂຽນເຄີນຖືກບອກມາ ແລະຄິດວ່າສິ່ງຕໍ່ໄປນີ້ໜ້າຈະຕອບຄຳຖາມທີ່ວ່າ ມັນເປັນຈິງແທ້ບໍ່ ຫຼືມັນມີໂອກາດເປັນຈິງແທ້ບໍ?
ເວົ້າແລ້ວວ່າໄປວ່າມາ ມັນກະເປັນແນວແບບຈິດຕະສາດ... ເພື່ອກະຕຸ້ນໃຫ້ເຮົາສາມາດເຮັດໄດ້ແນວນັ້ນ...
ຈິດໃຕ້ສຳນຶກ ມັນເປັນສິ່ງທີ່ບັນທຶກທຸກສິ່ງທີ່ເຮົາຄິດ ແລະມັນກໍເກັບແບບທີ່ເຮົາບໍ່ເຄີຍຮູ້ຕົວມາກ່ອນ... ເຮົາອາດຄິດວ່າຢາກຈຳຫຍັງກໍຈຳ ແຕ່ທີ່ແນ່ນໆ ມັນບນທຶກທຸກເລີຍເວີ່ຍ... ອັດສະຈັນຢ່າງຍິ່ງເລີຍ... ໂດຍສະເພາະຖ້າເປັນຄວາມຮູ້ສຶກແລ້ວມັນຈະບັນທຶດທຸກສິ່ງທີ່ເຮົາຮູ້ສຶກ... ເຄີຍເປັນບໍ່ ທີ່ແບບວ່າ ເມື່ອຮູ້ສຶກໃຜ ຫຼືຮູ້ສຶກຮັກໃຜ ແລ້ວ ມັນຍາກທີ່ຈະລືມ ຫຼືບາງເທື່ອເມື່ອເຂົາຈາກເຮົາໄປແລ້ວ ແຕ່ຄວາມຮູ້ສຶກນັ້ນກໍຍັງບໍ່ລືມຈັກເທື່ອ.... ເພາະສິ່ງດຊັ້ນຫວາ... ເພາະຈິດໃຕ້ສຳນຶກມັນບັນທຶກໂດຍທີ່ບໍ່ຕ້ອງການການກົດຄຳສັ່ງ save ຄືກັບຄອມພິວເຕີ້ເລີຍ... ມັນບັນທຶກທັນທີ ທີ່ເຮົາຮູ້ສຶກ ບັນທຶກທຸກສິງທີ່ເຮົາຄິດ... ແລະໄວສຸດໆ ຈົນພວກເຮົາບໍ່ຮູ້ວ່າ ມັນຖຶກບັນທຶກລົງໄປແລ້ວ.
ແລ້ວມັນກຽ່ວຍັງກັບ ການອະທິຖານກ່ອນນອນຂອງເຮົາລະ? ແນ່ນອນ ເພາະເວລາທີ່ເຮົາກຳລັງອະທິຖານຢູ່ນັ້ນ ເຮົາກຳລັງຄິດແມ່ນບໍ່.. ແນ່ນອນ ເຮົາກຳລັງຄິດຢູ່ ແລະເຮົາກໍອາດຈະກຳລັງຮຄ້ສຶກໃນສິ່ງທີ່ເຮົາກຳລັງຕ້ອງການກໍເປັນໄປໄດ້ ແລະມັນກໍຈະບັນທຶກສິ່ງັ້ນໄວ້ ແລ້ວມັນກໍ່ໄປສັ່ງການທຳງານໃນຮ່າງກາຍ ສ້າງສັນຫາເຫດການຕ່າງໆ ສ້າງນັສຫາຜູ້ຄົນ ສ້າງ ຫຼືກຳນົດການກະທຳ, ການຄິດ, ການເວົ້າໃຫ້ມັນເປັນໃນທາງດຽວກັບວິ່ງທີ່ເຮົາຖືກບັນທຶກໄວ້... ມັນເປັນເໝືອນ Google ທີ່ທຸກເທື່ອທີ່ເຮົາພິມຫຍັງລົງໄປ ມັນກໍຈະສັນຫາມາທັນທີ...ໃນການອະທິຖານກ່ອນນອນນັ້ນ ເຮົາກໍກຳລັງພິມສິ່ງທີ່ເຮົາຕ້ອງການລົງໃນ ກູເກີລ... ແນແນ່ນອນມັນຈະອອກມາ ຍິ່ງສິ່ງທີ່ເຈົ້າພິມແນ່ນອນ ແລະຊັດເຈນເທົ່າໃດ ເຈົ້າກໍຈະເຫັນສິ່ງທີ່ເຈົ້າພິມໄວຂຶ້ນ ແລະງ່າຍຂຶ້ນ.
ການທີ່ອະທິຖານກ່ອນນອນ ສາມາດເປັນຈິງໄດ້ ແຕ່ມັນຈະເປັບແບບສິ່ງທີ່ລົ່ນມາຈາກຟ້າ ແຕ່ມັນເຮັດວຽກຜ່ານ ການກະທຳຂອງເຮົາ, ເຮັດວຽກຜ່ານການຄິດ, ເຮັດວຽກຜ່ານການເວົ້າຈາປາໄສ, ເຮັດວຽກຜ່ານຜູ້ຄົນຕ່າງໆ. ມັນອາດຈະມາຜ່ານທາງອຸບັດຕິເຫດເພື່ອໃຫ້ເຈົ້າໄດ້ພົບກັບຄູ່ຮັກຂອງເຈົ້າ... ມັນບໍ່ໄດ້ເປັນພົມລິຂິດດອກ ມັນເປັນການສະແດງອອກຕາມຄວາມຮູ້ສຶກ ແລະການຄິດຂອງເຮົາ.ເພາະສິງພາຍນອກສະແດງໃຫ້ອອກມາຕາມສິ່ງທີ່ພານໃນເປັນ
ເຈົ້າອາດຈະຖືກຫົວໜ້າມອບວຽກງານໃຫ້ ແຕ່ໃນຄວາມຄິດເລິກໆແລ້ວ ເຈົ້າຈັ່ງແມ່ນບໍ່ມັນຫົວໜ້າຂອງເຈົ້າເລີຍ... ຄວາມຮູ້ສຶກທີ່ເຈົ້າບໍ່ມັກນັ້ນແລະທີ່ມັນຈະກຳນົດການກະທຳ ກນເວົ້າຂອງເຈົ້າທີ່ມີຕໍ່ເຈົ້ານາຍຄົນນັ້ນ ແລ້ວມັນກໍ່ນຳໄປສູ່ການໄລ່ອອກຈາກວຽກໃນທີ່ສຸດ... ບໍ່ໄດ້ເປັນຍອນເຂົາດອກ... ເຮົານີ້ແຫຼະ ເຮົາເອງທີ່ຄິດ ມັນກໍ່ເປັນຕາມທີ່ຄິດເດຊັ້ນ...
ເຈົ້າອາດມີຄຳອະທິຖານວ່າ ຂໍໃຫ້ເສັງໄດ້... ຄຳອະທິຖານອັນນັ້ນ ມັນຈະໄປກຳນົດສິ່ງທີ່ເຈົ້າກະທຳ ເຊັ່ນວ່າ ມັນຈະໄປເຮັດໃຫ້ເຈົ້າມີຄວາມດູໝັ່ນຫຼາບຂຶ້ນ... ເຮົດໃຫ້ເຈົ້າກ້າຖາມບົດຮຽນນຳຜູ້ອື່ນ ແລະເຈົ້າກໍເສັງໄດ້...
ຄຳອະທິຖານກ່ອນນອນເປັນໄປໄດ້... ແຕ່ມັນໄດ້ໂດຍຜ່ານຕົວຂອງເຮົາເອງ ການນຫະທຳຂອງເຮົາເອງ ການຄິດຂອງເຮົາເອງ ການເວົ້າຂອງເຮົາເອງ... ເຮົາສາມາດປ່ຽນໄດ້ ດວ້ຍການປ່ຽນຄວາມຄິດ.
ແຕ່ທີ່ໜ້າເສຍດາຍກໍຄື ມັນຈະບໍ່ມີຜົນຫຍັງ ຖ້າຫາກນອນຢູ່ລ້າ ແລ້ວຖ້າແຕ່ຊິມີໄມ້ກາຍຍະສິດມາເສກເອົາ ຄືກັບໜັງ ແຮຣີ່ ພອຕເຕີ້ ຫຼືແບບ ໂດຣາເອມ໋ອນ.
ຄວາມຄິດຈະພາເຮົາໄປເຖິ່ງສິ່ງທີ່ເຮົາຕ້ອງການ... ພິມຄຳສັ່ງໃສຈິດໃຕ້ສຳນຶກ ໃຫ້ຊັດເຈນທີ່ສຸດ ແລ້ວມັນຈະອອກມາໄວ ແລະ ອອກມາແບບງ່າຍໆ. ຕ້ອງການສິ່ງໃດກໍສົນໃນກັບມັນໃຫ້ຫຼາຍທີ່ສຸດ... ພິສູດດ້ວຍຕົວຂອງເຈົາເອງ
Subscribe to:
Post Comments (Atom)
No comments:
Post a Comment