Tuesday, August 20, 2013

ພະລັງແຫ່ງຄວາມຍິນດີ

ພະລັງແຫ່ງຄວາມຍິນດີ ການທີ່ຜູ້ອື່ນມີລົດ, ມີບ້ານ, ຖືກເລກ ຫຼືໄດ້ເລື່ອນຕຳແໜ່ງ ຫຼືອອັນໃດດີໆນັ້ນ ເປັນການທີ່ທຳມະຊາດກຳລັງຈັດງານວາງສະແດງສິນຄ້າ ແລະເຮົາເອງກໍເປັນຄົນທ່ຽວຊົມ. ໃນງານວາງສະແດງສິນຄ້າ ຖ້າເຮົາມັກສິ່ງໃດ ເຮົາກໍເລືອກເອົາສິ່ງນັ້ນ ດ້ວຍການສະແດງຄວາມຊື່ມຊົມຍິນດີ ແລະຮູ້ສຶກຮັກສິ່ງນັ້ນຢ່າງແທ້ຈິງ. ໃນຊີວິດແຕ່ລະວັນນັ້ນ ເຮົາກຳລັງທ່ຽວຊົມຕະຫຼາດ ຫຼືງານວາງສະແດງສິນຄ້ານັ້ນ ເຊິ່ງມັນສະແດງອອອກຊັ່ນ: ຄົນລໍ່, ຄົນງາມ, ຄົນສະຫຼາດ, ຄົນມີລົດ, ຄົນມີບ້ານງາມ, ຄົນໄດ້ເລື່ອນຕຳແໜ່ງ, ຄົນສອບຜ່ານ, ຄົນຖືກເລກ, ຄົນໄດ້ຂຶ້ນເງິນເດືອນ, ຄົນມີຄວາມຮັກ, ຄູ່ຮັກທີ່ຮັກກັນຢ່າງຫວານຊຶ້ງ, ທຸລະກິດທີ່ປະສົບຄວາມສຳເລັດ ແລະສິ່ງຕ່າງໆ... ສິ່ງທີ່ເປັນບວກ ສິ່ງທີ່ເຮົາຕ້ອງການນັ້ນ ມັນເປັນການວາງສະແດງ ແລະແນ່ນອນທີ່ສຸດ “ເຮົາສາມາດເປັັນເຈົ້າຂອງໄດ້” ທ່ານສາມາດເປັນເຈົ້າຂອງບ້ານໃນຝັນໄດ້, ສາມາດເປັນເຈົ້າຂອງລົດຄັນນັ້ນໄດ້, ສາມາດເປັນຄົນທີ່ສະຫຼຽງສະຫຼາກໄດ້. ສິ່ງດຽວທີ່ທ່ານຈະຕ້ອງເຮັດຄື “ຄວາມຍິນດີ” ຄວາມຍິນດີຈະນຳສິ່ງທີ່ທ່ານຕ້ອງການມາໃຫ້. ທຸກເທື່ອທີ່ທ່ານເຫັນລົດຄັນໃນຝັນແລ່ນຕັດໜ້າ ນັ້ນແຫຼະ... ມັນເປັນທຳມະຊາດສະເໜນີສິ່ງນັນໃຫ້ທ່ານ ແລະມັກຖາມທ່ານແບບບໍ່ຮູ້ຕົວວ່າ “ຕ້ອງການແບບນີ້ຫຼືບໍ?...” ຖ້າທ່ານສະແດງຄວາມຍິນດີກັບເຈົ້າຂອງລົດຄັນນັ້ນ ແລະຮູ້ສຶກດີປານກັບວ່າລົດຄັນນັ້ນເປັນລົດຂອງທ່ານເອງແລ້ວ ກໍເທົ່າກັບວ່າທ່ານກຳລັງນຳມັນມາໃນຊີວິີດທ່ານແລ້ວ... ໃນພຸດທະສາສນານັ້ນ ໃນຫົວຂໍ້ທຳ “ພຣົມມະວິຫາຣ” ນັ້ນຮຽກວ່າ ມຸທິຕາ ຄືຮ່ວມສະແດງຄວາມຍິນດີກັບຄວາມດີຄວາມຊອບຂອງຄົນອື່ນ ແລະສິ່ງເຫຼົ່ານີ້ກໍຈະມາຫາທ່ານ ເຊິ່ງໃນສາສນາ ເພິ່ງມັກເວົ້າວ່າ “ໄດ້ບຸນ”. ເມື່ອທ່ານສະແດງຄວາມຍິນດີກັບເຂົາດ້ວຍຄວາມຈິງໃຈ ທ່ານໄດ້ບຸນ ແລະບຸນໃນຄວາມໝາຍນີ້ກໍຄື: ທ່ານກຳລັງໄດ້ສິ່ງນັ້ນຄືກັນ. ເພາະສິ່ງທີ່ຄືກັນມັນຈະດຶງດູດກັນໄດ້. ໃນທາງກັບກັບ ຖ້າທ່ານເຫັນຄົນຂີ່ລົດຄັນງາມນັ້ນ ແລະເກີດຄວາມຮູ້ສຶກອິດສາ ນັ້ນເປັນການບອກວ່າ ທ່ານບໍ່ຕ້ອງການລົດຄັນນັ້ນ ແລະທ່ານຈະມີລົດຄັນນັ້ນໄດ້ຍາກ ເພາະກົດແຫ່ງການດຶງດູດເວົ້າວ່າ: ສິ່ງທີ່ຄືກັນຍ່ອມດຶງດູດກັນ. “ເວລາຮຮູ້ສຶກດີກັບໃຜບາງຄົນມີອັນໃດ ທ່ານກຳລັງນຳສິ່ງນັ້ນມາໃຫ້ຕົນເອງ. ເວລາທີ່ຮູ້ສຶກດີກັບຄວາມສຳເລັດຂອງຄົນອື່ນ, ຄວາມສຸກຂອງຄົນອື່ນໆ ຫຼືເລື່ອງດີໆ ທີ່ຄົນອື່ນມີ ທ່ານກໍກຳລັງເລືອກສິ່ງນັ້ນຈາກແຄັດຕາລັອກຊີວິດ ແລະກຳລັງເລືອກສິ່ງນັ້ນເຂົ້າມາຫາຕົນ” ຣອນດ້າ ເບິຣ໌ນ ຜູ້ຂຽນໜັງສື ເດິະ ຊີເຄຣັຕ, ເດິະ ພາວເວີ້ ແລະ ເດິະ ເມຈິກ ( Rhonda Byrne, Writer of The Secret, The Power and The Magic) ມັນອາດຜິດວິສັຍມະນຸດເຮົາ ທີ່ມັນຈະຂີ້ອິດສາຜູ້ອື່ນ ບາງຄົນເຖິງຂັ້ນຮຸນແຮງ ຈົນເປັນຣິສະຍາ. ອິດສາຄືຄວາມຮູ້ສຶກທີ່ບໍ່ດີ ເມື່ອມີຄົນປະສົບຄວາມສຳເລັດບາງຢ່າງ ແຕ່ຣິສະຍາຄື ກາພະຍາຍາມຂັດຂວາງບໍ່ໃຫ້ຄົນອື່ນໄດ້ສິ່ງທີ່ເຂົາຄວນໄດ້. ເຊັ່ນ: ເຫັນໝູ່ງາມກໍ່ຮູ້ສຶກອິດສາທຳມະດາ ແຕ່ຣິສະຍານັ້ນຄື ການເອົາສີດຳໄປ ຫຼືສິ່ງເປິະເປື້ອນມາແປດໃສ່ໃບນ້າຂງອເຂົາຄັນນັ້ນ ເພື່ອໃຫ້ເຂົາບໍ່ງາມ. ເພາະສະນັ້ນ ການສະແດງຄວາມຍິນດີກໍ່ເປັນປັດໃຈໜຶ່ງທີ່ຊັກນຳໃຫ້ປະສົບຜົນສຳເລັດໄດ້. ເມື່ອເກີດຄວາມຍິນດີກັບຄວາມຮູ້ສຶກຂອງຄົນອື່ນ ຈິດໃຕ້ສຳນຶກກໍ່ຈະໄດ້ຮັບຄຳສັ່ງວ່າ “ຊີວິດຕ້ອງການແບບນີ້” ແລະແນ່ນອນຈິເ/ດໃຕ້ສຳນຶກສາມາດເຮັດໄດ້. ເຮົາອາດຈະມີປະເພນີການຕົບມືເພື່ອສະແດງຄວາມຍິນດີກັບໝູ່ເພື່ອນເມື່ອເຂົາເຈັ້າໄດ້ເລື່ອນຕຳແໜ່ງ ແຕ່ນັ້ນອາດບໍ່ແມ່ນການສະແດງຄວາມຍິນດີທີ່ອອກມາຈາກໃຈ... ກນສະແດງຄວາມຍິນດີໃນທີ່ນີ້ ຄືການສະແດງຄວາມຍິນດີ ປານກັບວ່າສິ່ງນັ້ນເປັນຂອງເຮົາ ຫຼື ປານກັບວ່າ ເຮົາກຳລັງໄດ້ເລື່ອນຕຳແໜ່ງເອງ... ເມືື່ອຄວາມຮູ້ສຶກຍິນດີອອກມາຈາກໃຈແທ້ໆແລ້ວ ຈິດໃຕ້ສຳນຶກຈະເກັບມັນໄວ້ ແລະຈະນຳມັນມາໃນຮູບບແບດຽວກັບ ຄືການເລື່ອນຕຳແໜ່ງມາໃຫ້ທ່ານເອງ... ໂດຍມັນຈະມາໃນຮູບແບບ ການຄິດ, ການເວົ້າ, ການກະທຳ, ຄວາມເຊື່ອ, ສະຖານະການ, ຜູ້ຄົນ ເພື່ອນຳສິ່ງນັ້ນມາໃຫ້ ແຕ່ມັນຈະບໍ່ມາແບບບໍ່ເຫດຜົນດອກ... ທຳມະຊາດມີຄວາມສົມບູນພາຍໃນຕົວທີ່ສຸດ. “ເປັນປະຕິຫານທີ່ເກີດຂຶ້ນທຸກເທື່ອກັບຜູ່ທີ່ມີຄວາມຮັກໂດຍແທ້ຈິງ ຍິ່ງໃຫ້ຫຼາຍເທົ່າໃດ ກໍຈະໄດ້ເປັນເຈົ້າຂອງຫຼາຍເທົ່ານັ້ນ” ເຣນເນີ ມາເຣຍ ຣິລເກ້ ນັກຂຽນ ແລະນັກກະວີ (Rainer Maria Rilke, The Writer and Poetry) ການສະແດງຄວາມຍິນດີເປັນການເລື່ອກເອົາສິ່ງທີ່ເຮົາມັນ ແລະປາດຖະໜາ.

No comments:

Post a Comment