Thursday, September 5, 2013
ພະລັງແຫ່ງການໂຟກັສ
ພະລັງຂອງການໂຟກັສ
ອັນ ຢອງ ຮັງ ເຊ ໂຢ້... (ເອີ້...ບໍ່ຮູ້ວ່າມັນແມ່ນໍຫຼືບໍ່. ກັບມາພົບກັນອີກຄັ້ງກັບການທີ່ເຮົາຈະສາມາດເຮັດຄວາມຝັນໃຫ້ມັນເປັນຈິງ...
ເລີ່ມກັນທີ່ ຄວາມໝາຍຂອງເປົ້າໝາຍຂອງເຈົ້າ...
ເປົ້າໝາຍ ຫຼື ຄວາມໄຝ່ຝັນຂອງແຕ່ລະຄົນນັ້ນຕ່າງກັນປານຟ້າກັບດິນເລີຍ... ຄຳວ່າ “ເປົ້າໝາຍ” ນີ້ໃດ ຫຼືພາສາອັງກິດເຂົາເຈົ້າເວົ້າວ່າ Goal ນີ້...
ລອງໄປຖາມແຕ່ລະຄົນລອງເບິ່ງ... “ຄວາມສຳເລັດຂອງເຈົ້າແມ່ນຫຍັງ?” ຖາມ 100ຄົນ ຄຳຕອບແຕກຕ່າງກັນຊ໊ຽບ!... ແລ້ວຄຳຕອບໃດທີ່ຖືກນ່ະ?
ມັນຖືກໝົດນັ້ນແຫຼະ... ຕອບແນວໃດກໍຖືກເໝີດດດດດໆໆໆໆ... ຖືກເໝິດອີ່ຫຼີແທ້ໆນີ້ແຫຼະ
ບາງຄົນອາດຕອບວ່າ “ເປົ້າໝາຍຂອງຂ້ອຍແມ່ນ ການທີ່ຂ້ອຍສາມາດໄດ້ລົດຂອງຫຼິ້ນທີ່ໃໝ່ ຫຼືດີກວ່າໝູ່...” ນີມັນເປັນຄວາມຝັນ ຫຼືເປົ້າໝາຍຂອງເດັກນ້ອຍ...
ຫຼື... “ເປົ້າໝາຍຂອງຂ້ອຍແມ່ນ ຂໍໃຫ້ສາມາດເສັງໄດ້”
ຫຼື... “ເປົ້າໝາຍຂອງຂ້ອຍແມ່ນການທີ່ຂ້ອຍສາມາດຜ່ານການພຣີເຊັ້ນໃຫ້ຜ່ານໃນຮອບດຽວ”
ຫຼື... “ເປົ້າໝາຍຂອງຂ້ອຍແມ່ນ ການທີ່ສາມາດຫາວຽກໄດ້ ໃນຕອນທີ່ຮຽນຈົບແລ້ວ ແບບງ່າຍໆ”
ຫຼື... “ເປົ້າໝາຍຂອງຂ້ອຍແມ່ນການທີ່ຂ້ອຍສາມາດໄດ້ເງິນເດຶອນ, ເລື່ອນຕຳແໜ່ງ, ທຸລະກິດປະສົບຜົນສຳເລັດ, ການທີ່ມີອິດສະລະພາບທາງການເງິນ, ມີຄວາມສຳພັນທີ່ດີເລີດ, ມີສຸຂະພາບດີ...
ຫຼື... ຕ່າງໆ..............
ຄວາມໝາຍຂອງ ແລະຂະໜາດຂອງຄວາມສຳເລັດມັນແຕກຕ່າງກັນຕາມແຕ່ລະຄົນ... ມັນອາດຈະເປັນເປົ້າໝາຍໃນໄລຍະຍາວ ຫຼືສັັ້ນກໍແລ້ວແຕ່ເລື່ອງຂອງເຈົ້າເອງ...
ແລ້ວສິ່ງໃດທີ່ຈະສາມາດເຮັດໃຫ້ຄວາມຝັນນັ້ນເປັນຈິງໄດ້??? (ອັນນີ້ແຫຼະ ທີ່ຢາກຮູ້ມາແຕ່ດົນນ່ະ...ລີລາຢູ່) ສຽງໃນຫົວຂອງເຈົ້າມັນບອກ...
ແຕ່ສິ່ງທີ່ໜ້າສົນໃຈຄື ສິ່ງທີ່ຈະສາມາດເຮັດໃຫ້ສິ່ງທີ່ທ່ານຝັນເປັນຈິງໄດ້ນັ້ນແມ່ນ “ທຸ້ມຄວາມສົນໃຈ” (Focus) ທຸ້ມຄວາມສົນໃຈໄປທີ່ສິ່ງທີ່ເຈົ້າຕ້ອງການ...
ຕ້ອງການສິ່ງໃດກໍພຽງແຕ່ ເນັ້ນຄວາມສົນໃຈໄປທີ່ໂຕນັ້ນ... ສັ້ນໆຊໍ່ານີ້ແຫຼະ...
ແຕ່ທີ່ແນ່ໆ ໂຕເຈົ້າຫັ້ນນ່າ... ບັນຫາຂອງມັນ ເຈົ້າເຄີຍທຸ້ມໃຈໄປກັບສິ່ງທີ່ເຈົ້າຕອ້ງການຫຼືບໍ່???
ແນ່ນອນ... ຕອນທຳອິດເຈົ້າມັກຈະທຸ້ມໄປໃສ່ມັນເຕັມ ແຕ່ບຶດດຽວກໍເຊົາແຫຼະ! (ເຊິ່ງຂ້ອຍກໍມັກເປັນ) ມັນເປັນສິ່ງທີ່ທຳມະດາ ທີ່ເມື່ອເຮົາກ້າວອອກມາຈາກເຂດປອດໄພແລ້ວ ເຮົາຮູ້ຈະສຶກວ່າ ບໍ່ປອດໄພ ແລ້ວເຮົາກໍພະຍາຍາມກັບຄືນສູ່ບ້ານເກົ່າ... ຈະເປັນການດີກ່ວາບໍ່ ທີ່ເຮົາຈະຂະຫຍາຍເຂດປອດໄພຂອງເຮົາໃຫ້ກ້ວາງຂຶ້ນເລຶ້ອຍໆ...
ການທີ່ເຮົາໄດ້ອ່ານປະໂຫຍກທີ່ວ່າ “ ທຸກສິ່ງສາມາດເປັນໄປໄດ້ ເພາະຄວາມຄິດ” ຊໍ່ານີ້ ເຮົາກໍຮູ້ສຶກບໍ່ປອດໄພແລ້ວ... ແຕ່ເມື່ອເຮົາສາມາດຝັງຄວາມເຊື່ອນີ້ໄວ້ ກໍເທົ່າກັບວ່າ ເຮົາໄດ້ຂະຫຍາຍເຂດຄວາມປອດໄພໄວ້ແລ້ວ...
ທຳມະຊາດຂອງເຮົາ ເຮົາມັກທຸ້ມຄວາມສົນໃຈໄປແຕ່ສິ່ງທີ່ເຮົາບໍ່ຕ້ອງການ ນັ້ນເປັນການຈັບຜິດໂຕເອງ... ເຈົ້າຄືຊິບໍ່ມັກຄົນທີ່ມັກແຕ່ຈັບຜິດຄົນອື່ນ ໂດຍສະເພາະເມື່ອເຂົາຈັບຜິດເຮົາ... ເຮົາກໍຈະບໍ່ມັກຂີ້ໜ້າຄົນນັ້ນ ແລະຈະບໍ່ມັກເຮັດສິ່ງຕ່າງໆໃຫ້ຄົນນັ້ນ... ໂຕເຮົາເອງກໍແບບນັ້ນແຫຼະ... ເມື່ອເຮົາເອົາແຕ່ຈັບຜິດໂຕເອງ... ຈິດໃຈຂອງເຮົາກໍຈະບໍ່ມັກເຮັດສິ່ງຕ່າງໆໃຫ້ເຮົາ...
ການທີ່ເຮົາຮູ້ສຶກດີ ແລະຊົມເຊີຍໂຕເຮົາເອງ ເມື່ອເຮົາເຮັດສິ່ງໃດໜຶ່ງສຳເລັດ... ໂຕເຮົາກໍຈະມີກຳລັງໃຈເຮັດສິ່ງຕ່າງໆໃຫ້ເຮົາຕໍ່ໄປ...
ໃນທາງກັບກັນ... ເມື່ອເຮົາເອົາແຕ່ຈັບຜິດໂຕເອງ... ຕອນທີ່ເຮັດດີ ບໍ່ເຄີຍໄດ້ຮັບການຍ້ອງຍໍສັນລະເສີນເລີຍຍຍຍຍ... ແຕ່ທັນທີທີ່ເຮົາເຮັດຜິດ... ໂດນດ່າດ້ວຍຄວາມຄິດທັນທີ...
“ເຮົາມັນກໍຊໍ່ານິີ້ແລະ” “ສົນນໍ້າໜ້າໂຕເອງ” “ນ້ອຍໃຈໃນວາສະນາຂອງຕົນເອງ” “ເຮົດບໍ່ໄດ້ດອກ” “ເຮົາມັນບໍ່ເກັ່ງ” “ເຮົາມັນບໍ່ລໍ່ ບໍ່ງາມ ບໍ່ລວຍ” “ເຮົາມັນຄົນບ້ານນອກ” “ເຮົາມັນສະໝອງບໍ່ດີ” ຫຼື ອັນໃດກໍແລ້ວແຕ່ ທີ່ເຮົາດ່າຕົນເອງ...
ແນ່ນອນສ່ວນຕົວເຮົາ ທຸກຄົນເລີຍແຫຼະ “ມັກຍ້ອງ” ກັນທຸກຄົນ ແຕ່ເຮົາບໍ່ເຄີຍຍ້ອງຕົນເອງເລີຍ... ຖ້າແຕ່ໃຫ້ເຂົາມາຍ້ອງ... ເຂົາບໍ່ຍ້ອງ ກະໂທດໂຕເອງອີກ... ຈັ່ງແມ່ນ...
ການທຸ່ມຄວາມສົນໃຈ ແມ່ນການທີ່ເຮົາຍຶດເປົ້າໝາຍຂອງເຮົາເອົາໄວ້... ແລະຄອຍສະຫຼອງໃນໃຈກັບສິ່ງທີ່ຕົນເອງເຮົດສຳເລັດໄປແຕ່ລະຂັ້ນ... ຖ້າເຮົົາມີການສັງເກດວ່າຕົນເອງເຮັດໄດ້ດີປານໃດ ມັນກໍແມ່ນແລ້ວວ່າ ເຮົາໄດ້ໂຟກັສ ກັບສີ່ງທີ່ເຮົາຕ້ອງການບັນລຸແລ້ວ...
Subscribe to:
Post Comments (Atom)
No comments:
Post a Comment