ມັນເປັນສິ່ງທີ່ສຸດຍອດໄປເລີຍແຫຼະ ເພາະວ່າ ເຮົາສາມາດເປັນ, ມີ ແລະເຮັດສິ່ງໃດກໍ່ໄດ້...ຜ່ານທາງຄວາມຄິດ... Thought creates Reality... ເມື່ອເຈົ້າຕ້ອງການສິ່ງໃດ ກໍຈົ່ງທຸ່ມເທຄວາມສົນໃຈຂອງເຈົ້າໃຫ້ກັບສິ່ງນັ້ນ... ຮູ້ສຶກດີກັບມັນ ແລະເຊື່ອວ່າມັນຕ້ອງເກີດຂຶ້ນແນ່ນອນ... ມັນບໍ່ໄດ້ເປັນສິ່ງທີ່ເວີ້ໆໆໆໆດອກ... ທີ່ມັນເກີນໄປກໍພຽງແຕ່ ສິ່ງນີ້ອາດຈະໃໝ່ສຳຫຼັບເຮົາ ເພາະເຮົາຖືກສອນມາແຕ່ດົນແລ້ວວ່າ "ຢ່າຫວັງໃນສິ່ງທີ່ເກີນຕົວ" ຫຼື "ໝາເບິ່ງເຄື່ອງບິນ" ແຕ່ຟ້າວກ່ອນ... ທຸກສິ່ງຈະປ່ຽນໄປ ຖ້າຫາກເຈົ້າເຊື່ອໝນັໃນຄວາມຄິດຂອງເຈົ້າ... " Whether you think you can or you can't, you are right" Henry Ford ຕອນທຳອິດທີ່ເຮັນຣີ່ ຟອກຕິວ່າຈະສ້າງລົດຍົນຂຶ້ນມາ ຄົນທັງຫຼາຍຄດວ່າເຂົາບ້າ ແລະເສຍສະຕິໄປແລ້ວ... ຄົນອີ່ຫຍັງມາຄິດເກີນໂຕເອົາແທ້ເອົາວ່າ... ແຕ່ເຈົ້າກໍເຫັນແລ້ວແມ່ນບໍ່ ທີ່ເຈົ້າໄດ້ຂີ່ລົດເກັ໋ງທຸກມື້ນີ້ ກໍຍ້ອນຄົນບ້າທີ່ຊື່ວ່າ ເຮັນຣີ່ ຟອດຫັ້ນແລະ... "ຂ້ອຍບໍ່ຮູ່ວ່າມັນເປັນອຳນາດຫຍັງ ແຕ່ຂ້ອຍແຕ່ວ່າມັນມີຢູ່ຈິງ" ນີ້ຄືຄຳເວົ້າຂອງ ອາເລັກຊັງເດີ້ ເກຣແຮມ ເບລ ຜູ້ທີ່ປະດິດໂທລະສັບມາໃຫ້ເຮົາ ແລະພັດທະນາຈົນມາຮອດຫຼິ້ນ ເຟສບຸກໄດ້... ຖ້າເຈົ້າຕ້ອງການສິ່ງໃດ ເຈົ້າກໍຈົ່ງ ຈົດມັນອອກມາ ຫຼືລະຍຸມັນອອກມາ ເປັນຮູບເປັນຮ່າງດີໆ ແລ້ວຄວາມຝັນຂອງເຈົ້າຊິບໍ່ເປັນຄວາມຝັນລົມໆແລ້ງໆອີກຕໍ່ໄປ... "ເຈົ້າເປັນສິ່ງທີ່ເຈົ້າຄິດ" (YOU ARE WHAT YOU THINK)... ຕໍ່ໄປຖ້າຫາກເຈົ້າຕິດຕາມບລັອກນີ້ແລ້ວຄວາມຝັນຂອງເຈົ້າຈະກາຍເປັນຈິງ... ເພາະມັນສ້າງຂຶ້ນຈາກຄວາມຄິດ... ເພາະສິ່ງພາຍນອກຈະປັບຕົວໃຫ້ເຂົ້າກັບສິ່ງທີ່ມັນເປັນພາຍໃນ ຄືໃຈຂຶງເຮົານັ້ນເອງ... ຄິດຫາແຕ່ສິ່ງດີໆ ສິ່ງດີໆກໍຈະມາຫາ... ຕິດຫາແຕ່ສິ່ງທີ່ບໍ່ດີ... -ໍລອດແນ່ນອນ...ຄວາມຄິດບໍ່ດີຕ້ອງມາຫາ... (ຕິດຕາມໃນຕອນຕໍ່ໄປ)
No comments:
Post a Comment