Sunday, October 13, 2013
ເຈົ້າເກັ່ງກວ່າເຈົ້າຄິດ (2)
ເຈົ້າເກັ່ງກວ່າເຈົ້າຄິດ (2)
“ບໍ່ວ່າເຈົ້າຈະຄິດວ່າເຈົ້າເຮັດໄດ້ ຫຼື ຄິດວ່າເຈົ້າເຮັດບໍ່ໄດ້ ເຈົ້າກໍຄິດຖືກທັ້ງນັ້ນ” ເຮັນຣີ່ ຟອຣ໌ດ The Founder Of Ford Auto company
“ໂຕເຈົ້າເດ ເຈົ້າຄິດວ່າເຈົ້າເຮັດໄດ້ຫຼືບໍ່? ດ້ວຍຄາວມຮູ້ນີ ເຈົ້າຈະສາມາດເຮັດໄດ້ທຸກສິ່ງທຸກຢ່າງທີ່ເຈົ້າຕ້ອງການ ແຕ່ກ່ອນທີ່ເຈົ້າຈະປະເມີນຄວາມສະຫຼາດປາດເປື່ອງຂອງຕົວເອງຕ່ຳເກີນໄປແຕ່ດຽວນີ້ເຈົ້າກະຮູ້ແລ້ວວ່າ ເຈົ້ານັ້ນແຫຼະເປັນດວງຈິດທີ່ສູງສຸດ ແລະເຈົ້າກໍດຶງເອົາທຸກສິ່ງທຸກຢ່າງມາຈາກດວງຈີດສູງສຸດນັ້ນໄດ້ ບໍ່ວ່າຈະເປັນການປະດິດຄິດຄົ້ນ ແຮງບັຍດານໃຈ ຫຼືການຫາຄຳຕອບໃດກໍຕາມ ເຈົ້າເຮັດຫຍັງກໍໄດ້ຕາມທີ່ເຈົ້າຕ້ອງການ ເຈົ້າຄືສຸດຍອດອັດສະຣິຍະເກີນກວ່າທີ່ຈະບັນຍາຍ ເພາະສະນັ້ນຈົ່ງເລີ່ມບອກຕົວເອງແບບນີ້ ແລະເລີ່ມຮູ້ຕົວວ່າ ທີ່ແທ້ຈິງແລ້ວເຈົ້າຄືໃຜ” Rhonda Byrne: The Writer of The Secret
ບໍ່ມີໃຜເກັ່ງກວ່າໃຜ ແຕ່ຜູ່ທີ່ເກັ່ງກວ່າເຮົານັ້ນ ເປັນຄົນທີ່ຄົ້ນພົບສິ່ງທີ່ຕົວເອງຖະໜັດ
ເຈົ້າອາດຈະຄິດໂທດຕົວເອງທີ່ໂງ່ງ່າວ ບໍ່ສະຫຼາດ ບໍ່ຫຼັກ ບໍ່ແຫຼມຄຶເຂົາເຈົ້າ ຄວາມຄິດນັ້ນແຫຼະທີ່ເຮັດໃຫ້ເຈົ້າເປັນແນວນັ້ນ ມັນບໍ່ກ່ຽວກັບຕົວຕົນທີ່ແທ້ຈິງຂອງເຈົ້າເລີຍ. ມັນກໍຄືກັບທີ່ເຮັນຣີ່ ຟອຣ໌ດຫັ້ນແຫຼະ ທີ່ວ່າ ບໍ່ວ່າເຈົ້າຈະຄິດວ່າເຈົ້າເຮັດໄດ້ ຫຼື ຄິດວ່າເຈົ້າເຮັດບໍ່ໄດ້ ເຈົ້າກໍຄິດຖືກທັ້ງນັ້ນ ສິ່ງທີ່ແທ້ຈິງທີ່ເຮັດໃຫ້ເຮົາເປັນແບບນີ້ນັ້ນ ບໍ່ແມ່ນສິ່ງອື່ນໄກເລີຍ ມັນເປັນພຽງຄວາມຄິດຂອງເຮົາ
ແຕ່ທີ່ແນ່ໆ ເຮົານ່າ ເກັ່ງກວ່າເຮົາຄິດ ເກັ່ງຈົນເໜືອຄຳບັນຍາຍທີ່ຈະພັນລະນາວ່າເຮົາເກັ່ງຊໍ່ຳໃດ
ເຮົາອາດເຄີຍໄດ້ຍິນຊື່ບຸກຄົນຕ່າງໆທີ່ເປັນສຸດຍອດອັດສະຣິຍະ ແຕ່ເຊື່ອບໍ່ ພາຍໃນຕົສເຂົາເຈົ້າກໍບໍ່ມີຫຍັງແຕກຕ່າງຈາກເຮົາດອກ.
ຫຼັງຈາກທີ່ ອັລເບີຣ໌ທ ໄອນ໌ສະໄຕນ໌ ໄດ້ເສຍຊີວິດລົງ ມັນໝໍທ່ານໜຶ່ງ ລັກເອົາສະໝອງຂອງໄອນ໌ສະໄຕນ໌ໄປ... ເອົາໄປຫຍັງຊັ້ນຫວາ?... ເອົາໄປສັນຍະສູດ ຄືເອົາມາຊອຍອອກເປັນປ່ຽງໆ ໄດ້ປະມານ 23ປ່ຽງ ແລະເລີ່ມສັງເກດ ວິເຄາະເບີ່ງວ່າ... ຊາຍຄົນນີ້ມີຫຍັງແນ່ທີ່ແຕກຕ່າງໄປຈາກຄົນທຳມະດາ... ພິສູດແລ້ວ... ພິສູດອີກ...ແລ້ວກໍພິສູດອີກ... ບໍ່ມີຫຍັງແຕກຕ່າງເລີຍ... ເປັນໄປໄດ້ແນວໃດ... ໄອນ໌ສະໄຕນ໌ ເປັນຄົນທີ່ສະຫຼາດທີ່ສຸດໃນໂລກໃດ໋... ແມ່ນບໍ່... ທີ່ເຮົາສາມາດລົມໂທລະສັບກໍອາໃສລາວໃດ໋... ທີ່ເຮົາສາມາດເຂົ້າອິນເຕີເນັດໄດ້ ກໍອາໄສລາວ... ທຸກຢ່າງທີ່ກຽ່ວກັບແສງ ເຮົາອາໃສລາວທັງໝົດ... ແລະທີ່ແນ່ໆລາວບອກວ່າ e=mc2 ມີຄວາມໝາຍຄື ສິ່ງຂອງສິງໜຶ່ງ ນັ້ນ(m) ເມື່ອປ່ຽນເປັນພະລັງງານແລ້ວ (e) ມັນຈະມີຂະໜາດໃຫຍ່ແບບສຸດໆໄປເລີຍ ຄືມັນຈະເທົ່າ ມວນສານຄູນກັບຄວາມໄວຂອງແສງຍົກກຳລັງສອງ (c) ເຊິ່ງແສງມີຄວາມໄວນັ້ນປະມານ 300 000 km/s (ສາມແສນກິໂລແມັດຕໍ່ວິນາທີ)...ເທິ່ະ...ໃຜຊິເຄີຍຄິດມາກ່ອນແມ່ນບໍ່... ໄອນ໌ສະໄຕນ໌ຄິດອອກໄດ້ແນວໃດວ໊ະ!... ຄວາມສົງໃສແບບນີ້ແຫຼະ ທີ່ໝໍຄົນນັ້ນສົງໃສ ແລະກໍນຳເອົາສະໝອງຂອງໄອນ໌ສະໄຕນ໌ໄປພິສູດເບິ່ງ...
ແຕ່ມັນກໍ່ບໍ່ມີຫຍັງແຕກຕ່າງຄືວ່າຫັ້ນແຫຼະ... ມີສິ່ງໜຶ່ງທີ່ແຕກຕ່າງກໍມີພຽງແຕ່ ໄອນ໌ສະໄຕນ໌ນັ້ນຄົ້ນພົບສິ່ງທີ່ເຂົ້າຖະໜັດ ນັ້ນຄື: ເຂົາຖະໜັດເລື່ອງຟີຊິກ... ເຂົາເຄີຍຖືກເຊີຍໃຫ້ໄປເປັນປະທານາທິບໍດີຂອງອິສະລາເອລ ແຕ່ເຂົາກໍປະຕິເສດ ເພາະລາວບໍ່ຖະໜັດການເມືອງ... ໂຫ... ແມ່ນເຮົາ ເຊີນໄປເປັນປະທານປະເທດພຸ້ນນ່ະ ບໍ່ໄປບໍ່ໄດ້ແຫຼ້ວວວວວ... ຊັ້ນແຫຼະຄົນທີ່ບໍ່ຮູ້ວ່າຕົວເອງະໜັດເລື່ອງໃດ ໝູ່ຊວນໄປໃສກໍ ໄປປປປປາຍ... ແລ້ວກໍປຽ່ນເສັ້ນທາງໄປຕະຫຼອດ... ໄປຈົນຊິສຸດແລ້ວ... ແລ້ວກໍ່ມາເລີ່ມຕົນອີກ... ສຸດທ້າຍບໍ່ເຄີຍໄດ້ຫຍັງ... ໂອ່... ວ່າຍຍຍຍຍ... ແລ້ວກະຄິດວ່າ “ເຮົາມັນບໍ່ເກັ່ງ”
ເມື່ອເຈົ້າເລີ່ມຄົ້ນຫາວ່າເຈົ້່າມັກສິ່ງໃດ ເຈົ້າກໍກຳລັງຄົ້ນຫາສິງ່ທີ່ຍິ່ງໃຫຍ່ທີ່ສຸດ... ຂ່າວຮ້າຍກໍຄື...ມັນອາດຈະຊອກຍາກແດ່ຈັກໜ່ອຍ... ແຕ່ຂ່າວດີກໍມີຄືກັນຄື... ເມືອ່ເຈົ້າຄົ້ນຫາມັນ ເຈົ້າຈະພັບມັມນຢ່າງແນ່ນອນ... ເຊື່ອຂ້ອຍເທິະ... ສົມບູນເພີເຟັກ ຣ້ອຍເປີເຊັນ.
ຄັນຖ້າມີຍັກທີ່ເກັ່ງທີ່ສຸດຢູ່ໃນໂຕຂອງເຮົາທີ່ສາມາດເຮັດໄດ້ທຸກສິ່ງທຸກຢ່າງ ມັນກໍ່ແມ່ນການປຸກຍັກໂຕນັ້ນຕື່ນຂຶ້ນມາ... ທຸກຄົນສາມາດເປັນສຸດຍອດບຸກຄົນໄດ້... ແຕ່ຕ້ອງປຸກຍັກໂຕນັ້ນຂຶ້ນມາ.
ຢ່າຄິດວ່າ “ຂ້ອຍນ່າ... ເຮັດຫຍັງກະບໍ່ເປັນ” ບໍ່ແມ່ນໂຕເຈົ້າດອກ... ຄວາມຄິດຂອງເຈົ້້າຕ່າງຫາກທີ່ບໍ່ສາມາດເຮັດໄດ້... ເພາະເຈົ້າເກັ່ງກວ່າເຈົ້າຄິດ
ອ່າວ ປັດໂທ່... ຍັງຊິຄິດລົບຕໍ່ກັບໂຕເອງຢູ່... ເຈົ້ານ່ະ ສຸດຍອດໄປເລີຍ... ຄວາມຄິດແບບນີ້ຈະເລີ່ມໄປສູ່ການຄົ້ນພົບຕົວເອງ.
Subscribe to:
Post Comments (Atom)
No comments:
Post a Comment