Tuesday, October 1, 2013
ເຈົ້າເກັ່ງກວ່າເຈົ້້າຄິດ
ເຈົ້າເກັ່ງກວ່າເຈົ້້າຄິດ
ກັບມາອີກແລ້ວ ກັບການທີ່ຈະພາພວກທ່ານສາມາດຂ້າມພົ້ນຈາກຊະຕາກຳ ທີ່ເຮົາມັກເວົ້າກັນວ່າ ມັນເປັນພົມລິຂິດ ແລະເພາະມັນເປັນພົມລິຂິດ ເຮົາຈຶ່ງບໍ່ສາມາດທີ່ຈະປ່ຽນແປງມັນໄດ້... ໂອ່... ມັນຊ່າງເປັນສິ່ງທີ່ບໍ່ໜ້າອະພິລົມຈັກໜ້ອຍເລີຍເນາະ. ການທີ່ເຮົາຈະກົ້ມໜ້າກົ້ມຕາໃຊ້ຊີວິດໄປໂດຍປາສະຈາກເປົ້າໝາຍ ແລະບໍ່ມີການຄິດໃດໆ ຄວາມຄິດດຽວທີ່ມີ ກໍຄື ເປັນຫັຍງຊີວິດເຮົາຄືເປັນແນວນີ້ວ່າາາາ ເຮົາຄືຊິເປັນແບບນີ້ໄປຕະຫຼອດເວີ່ຍ... ບໍ່ລອດດອກ...ຮື.... (ໜ້າບູດເລີ່ມເຂົ້າມາສະແດງຄວາມເສົ້າສະຫຼົດໃຈນຳທັນທີ)
ແຕ່ຂ່າວດີກໍຄື ທັນທີທີ່ເຈົ້າເຂົ້າມາອ່ານບົດຄວາມນີ້ ເຈົ້າຈະສາມາດລຸກອອກຈາກບ່ອນນັ້ນແລ້ວມາໃຊ້ຊີວິດຕາມທີ່ຕົນເອງຕ້ອງການ... ຊີວິດເຈົ້າຈະເລີ່ມປ່ຽນໄປ ຖ້າຫາກເຈົ້າເລີ່ມຄິດວ່າ ເຈົ້າສາມາດອອກແບບຊີວິດເຈົ້າເອງໄດ້... ອັນທີ່ຈິງແລ້ວ ການທີ່ເຈົາຕ້ອງມານັ່ງເວົ້າວ່າ ເປັນຫຍັງຊີວິດຂ້ອຍຄືເປັນແນວນີ້ວ່າ... ນັ້ນແຫຼະ ມັນເປັນສິ່ງທີ່ເຈົ້າຄິດມາເອງ ແລະມັນກໍກຳນົດສິ່ງຕ່າງໆ ໃຫ້ມັນເປັນໄປຕາມນັ້ນ...
ເພາະສະນັ້ນ ຈົ່ງເລີມປ່ຽນຄວາມຄິດເຈົ້າສາ... ແລ້ວມາຄິດໃໝ່ວ່າ ເຈົ້າສາມອອກແບບຊີວິດຕົວເອງໄດ້... ເຈົ້າຮູ້ບໍ່ ເຈົ້າກໍເປັນໜຶ່ງຄົນທີ່ ເປັນນັກປະພັນ ຫຼື ນັກແຕ້ມ ທີ່ສາມາດແຕ້ມຊີວິດ ແລະຂຽນບົດຊີວິດເຈົ້າອອກມາວ່າ ເຈົ້າຢາກໃຫ້ມັນເປັນແນວໃດ... ເຈົ້າຢາກໃຫ້ມັນເປັນແນວໃດ ມັນກໍເປັນແນວນັ້ນແຫຼະ ແຕ່ທີ່ແນ່ໆ ເຈົ້າຕ້ອງການມັນແທ້ຫຼືບໍ່ ຫຼືຕ້ອງການມັນພຽງແຕ່ບາງຄັ້ງບາງຄາວ... ການທີ່ເຮົາຈະສາມາດປ່ຽນນິໄສຂອງເຮົາໄດ້ນັ້ນ ຕ້ອງເຮັດສິ່ງຕ່າງໆທີ່ເຮົາຢາກໃຫ້ເປັນນັ້ນຢ່າງໜ້ອຍທີ່ສຸດ ແມ່ນ 21 ມື້...
ແຕ່ເຮົາສ່ວນຫຼາຍມັນຄິດວ່າ ພຽງແຕ່ອາທິດດຽວມັນກໍ່ຍາກແສນຍາກເສຍແລ້ວ... ນີ້ແຫຼະທີ່ເປັນບັນຫາທີ່ໃຫຍ່ທີ່ສຸດ ແລະຊົງອິດທິພົນທີ່ສຸດ...ອ່ອຍຍຍຍຍ
ຄວາມຄິດວ່າ ເຮົາເຮັດບໍ່ໄດ້ດອກ ນີ້ມັນເປັນສິ່ງທີ່ບໍ່ຍາກທີ່ຈະຄິດ ແຕ່ມັນເປັນສິ່ງທີ່ມີອິດທິພົນທີ່ສຸດໃນການກຳນົດສິ່ງຕ່າງໆ ໂດຍສະເພາະແມ່ນການຄິດຂອງເຮົາໃຫ້ມັນເປັນໄຕາມທີ່ເຮົາຄິດຫັ້ນແຫຼະ.
ເພາະສະນັ້ນ ທັງໝົດທີ່ເວົ້າມານີ້ ມີຈູດປະສົງດຽວຄືການຢາກໃຫ້ເຈົ້າປ່ຽນຄວາມຄິດໃໝ່... ປ່ຽນຈາກການຄິດທີ່ວ່າ ເຮົາບໍ່ສາມາດ (ຫຼືສິ່ງທີ່ເຮັດໃຫ້ເຮົາຄິດລົບໆຕໍ່ຕົນເອງ) ມາເປັນການຄິດທີ່ວ່າ ເຮົາສາມາດອອກແບບຊີວິດຂອງເຮົາເອງໄດ້... ທັນທີທີ່ເຈົ້າເລີ່ມຄິດ ຊີວິດເຈົາຈະເລີ່ມປ່ຽນໄປ ແລະມັນປ່ຽນໄປໃນທາງທີ່ເຈົ້າຕ້ອງການອີກໃດ(ດີ໊ ດີ ດີ ເອົາແທ້ເອົາວ່າ) ແລະມັນກໍຄືສິ່ງທີ່ເຈົ້າຕ້ອງການແມ່ນຫຼືບໍ່... ເຈົ້າອາດເຄີຍຄິດຫາສິ່ງທີ່ເຈົ້າບໍ່ຕ້ອງການ ແຕ່ເພາະວ່າ ສິ່ງທີ່ເຈົາຄິດຕະຫຼອດ ມັນຈະເກີດຂຶ້ນແທ້ ນີ່ນ່າ...
ແລ້ວຊີຄິດຫາສິ່ງທີ່ເຮົາບໍ່ຕ້ອການເຮັດຫຍັງ... ຄິດແຕ່ສິ່ງທີ່ເຮົາຕ້ອງການບໍດີກວ່າຫວາ...ຫຶ?...
ຕົວເຮົານີ້ນ່າ... ມັນມີສິ່ງທີ່ເປັນອັດສະຣິຍະຊ້ອນຢູ່ບ່ອນນີ້ໝົດທຸກຢ່າງ...ແບບວ່າທຸກຢ່າງທີ່ເຈົ້າຕ້ອງການແຕ່ມັນຈະສະແດງອອກມາຖ້າເຈົ້າບໍ່ຢາກໃຊ້ມັນ... ໂດຍສະເພາະແມ່ນ ມັນຈະບໍ່ຍອມອອກມາເດັດຂາດເມື່ອເຈົ້າຄິດວ່າ ເຈົ້າບໍ່ສາມາດເຮັດໄດ້... ແຕ່ມັນຈະແລ່ນຕິດເທີໂບມາ ທັນທີທີ່ເຈົ້າຄິດວ່າ ເຈົ້າສາມາດເຮັດໄດ້...
ອັດສະຣິຍະມີຢູ່ກັບທຸກຄົນ ແຕ່ມັນຈະອອກມາແຕ່ສະເພາະຄົນທີ່ເຊື່ອໝັ້ນວ່າມັນມີ
ເຈົ້າຢາກເປັນແນວໃດ... ພຽງຄິດຊໍ່ານີ້ມັນພ້ອມທີ່ຈະແລ່ນອອກມາແລ້ວໄດ໋ຫັ່ນ... ສິ່ງທີ່ເປັນຕົນເຮົາຢ່າງແທ້ຈິງນັ້ນ ມັນຕ້ອງການຄວາມເຊື່ອໝັ້ນຈາກເຈົ້າ... ເມື່ອເຈົ້າເຊື່ອໝັ້ນ ມັນກໍຈະມາຮັບໃຊ້ເຈົ້າ...
ວິທີການທີ່ຈະດຶງເອົາສ່ວນທີ່ເຮົາມີແລະດີທີ່ສຸດອອກມາໃຊ້ນັ້ນ ພຽງແຕ່ເຈົ້າລະບຸສິ່ງທີ່ເຈົ້າຕ້ອງການທີ່ຈະເປັນ...ສິ່ງທີ່ເຈົ້າຕ້ອງກາທີ່ຈະເຮັດ...ສິ່ງທີ່ເຈົ້າຢາກຈະມີ... ສິ່ງທີ່ເຈົ້າຢາດຈະພົບ... ພຽງຂຽນມັນອອກມາ ຢ່າພຽງແຕ່ຄິດ ແຕ່ຂຽນມັນອອກມາ. ແລ້ວເຮັດສິ່ງຕ່າງໆທີ່ເປັນຫົນທາງໄປສູ່ສິ່ງນັ້ນຈັກປະມານ 21 ມື້... ແລ້ວສິ່ງຕ່າງຈະເລີ່ມປາກົດຕົວ...
ຈົ່ງເຊື່ອໃນຄວາມສາມາດຂອງເຈົ້າເທິະ ເພາະວ່າເຈົ້າເກັ່ງກວ່າທີ່ເຈົ້າຄິດສະເໝີ.
ແລ້ວພົບກັນໃໝ່ ໃນໂອກາດໜ້າທີ່ຈະມາເຖິງອັນໃກ້ໆນີ້... ລອງທົດລອງເບິ່ງ... ຂຽນສິ່ງທີ່ເຈົ້າຕ້ອງການ ແລະຄວາມເປັນອັດສະຣິຍະຈະຕິດເທີໂບມາຫາເຈົ້າ.
Subscribe to:
Post Comments (Atom)
No comments:
Post a Comment