Wednesday, September 18, 2013

ສັດຕູທີ່ຮ້າຍແຮງທີ່ສຸດ ສັດຕູຄວາມຄິດ

ສະບາຍດີທ່ານຜູ້ອ່ານທັງຫຼາຍ...ກັບມາອີກແລ້ວ... ການກັບມາອີກຄັ້ງຂອງ ທຸກສິ່ງເປັນໄປໄດ້ ຍ້ອນຄວາມຄິດ...ຄິດຄິດຄິດຄິດ (ເປັນສຽງກ້ອງຊໍ້າ) ມັນຫຼຸດໂລກແມ່ນບໍ່... ແນ່ນອນ ມັນເປັນສິ່ງທີ່ສຸດຍອດໄປເລີຍ. ກະທູ້ໃນມື້ນີ້ກໍຄື...ສັດຕູທີ່ຮ້າຍທີ່ສຸດ “ໃຜເປັນອຸປະສັກ ຫຼືໃຜທີ່ຂັດຂວາງການທີ່ເຈົ້າຈະໄປຫາເປົົ້າໝາຍຂອງເຈົ້າ... ມັນບໍ່ແມ່ນ ອົສະມາ ບິນລະເດັນ, ມັນບໍ່ແມ່ນຜູ້ກໍ່ການຮ້າຍໃນປະເທດ, ມັນບໍ່ແມ່ນຜູ້ຮ້າຍທີ່ຈັບປືນມາແລ້ວ ເວົ້າວ່າ ເຈົ້າຈົ່ງຢຸດດຽວນີ້... ມັນບໍ່ແມ່ນສັດຕູພາຍນອກ... ແຕ່ມັນເປັນສັດຕູພາຍໃນເຮົາ ແລະຄົນທີ່ຫວັງດີກັບເຮົາຕະຫຼອດມື້ຕະຫຼອດເວັນຫັ້ນແຫຼະ...” “ຫື??? ແລ້ວຄົນໆນັ້ນແມ່ນໃຜ??? ບັງອາດນັກ!.” ພະຣາຊາຊົງກ່າວ “ຂໍເດຊະ... ສັດຕູຄົນນັ້ນກໍຄືຕົວທ່ານ ພະຢະຄ່ະ” ຊາຍຄົນໜຶ່ງກ່າວ “ຫື... ເຈົ້າເວົ້າອັນໃດເກາະ... ເຈົ້າບັງອາດວ່າຂ້ອຍເປັນສັດຕູຂອງຕົວເອງ... ມັນຊ່າງໄຮ້ເຫດຜົນ ແທ້... ຕົວຄົນດຽວ ຊິເປັນທາງຜູ້ຮ້າຍ ແລະຜູ້ດີໄດ້ຫວາ?.” “ໃຈເຢັນໆ ເພາະສິ່ງທີ່ຂ້ານ້ອຍໄດ້ກາບທູນໄປນັ້ນມັນເປັນຄວາມຈິງ... ຄວາມຈິງແບບທີ່ເປັນ paradox…” “ຄຳໆນັ້ນ ມັນໝາຍຄວາມວ່າແນວໃດ?” “ມັນກໍໝາຍຄວາມວ່າ ຄວາມຈິງທີ່ຕອນທຳອິດ ເບິ່ງຄືວ່າມັນບໍ່ເປັນຄວາມຈິງ ແຕ່ທີ່ແທ້ຈິງ ມັນເປັນຄວາມຈິງ... ນີ້ແຫຼະ ທ່ານເອີຍ... ຍັງຍຶດຕິດກັບຄວາມຄິດເກົ່າ ບໍ່ຍອມເປີດຮັບເອົາສິ່ງໃໝ່ໆ.” “ນີ້ເຈົ້າ ລໍ້ດ່າຂ້ອຍຫວາ?” “ມິກລ້າ... ມິກລ້າ... ເພາະເພາະມັນເປັນຄວາມຈິງ.” “ເຈົ້າມີຫຍັງຊິຍົກໃຫເປັນົວຢ່າງແດບໍ່... ຂ້າຍັງບໍ່ທັນເຂົ້າໃຈ... ຄືແບບວ່າ ມັນພຽງແຕ່ເຂົ້າຫູນ່ະ...” “O.K…” “ດຽວໆ... ອັນທີ່ວ່າ O.K ມັນແມ່ນຫຍັງ?” “ນັ້ນບໍ່ແມ່ນຕົວຢ່າງເລີຍ...” “ເອົ້າ... ຮີບເລົ່າມາ ຕົວຢ່າງຫັ້ນ” “ຊ້າງໂຕໜຶ່ງ” ຊາຍຄົນນັ້ນເລີ່ມເລົ່າ “ມັນເປັນຊ້າງທີ່ນ້ອຍໃນຕອນທຳອິດ... ແລະມັນຖືກມັດໄວ້ກັບຕົ້ນໄມ້... ຕົ້ນໄມ້ທີ່ກະບໍ່ໃຫຍ່ປານໃດດອກ... ແລ້ວມັນກໍໃຫຍ່ຂຶ້້ນຕະຫຼອດ ຈົນເປັນຊ້າງທີ່ໃຫຍ່ເທົ່າທີ່ຊ້າງສາມາດເປັນໄດ້ຫັ້ນແຫຼະ... ແຕ່ທີ່ແປກໃຈມັນບໍ່ເຄີຍດຶງຕົ້ນໄມ້ທີ່ມີຂະໜາດຊໍ່າກັບຕອນທີ່ມັນຍັງນ້ອຍໄດ້ເລີຍ...” “ເພາະອັນໃດ.” ພະຣາຊາຖາມ “ກໍເພາະວ່າ ຊ້າງໂຕນັ້ນ ມັນມີຄວາມເຊື່ອມາຕະຫຼອດວ່າ ມັນບໍ່ສາມາດດຶງຕົ້ນໄມ້ນັ້ນໄດ້... ແລະທີ່ສຳຄັນມັນບໍ່ເຄີຍຄິດທີ່ຈະດຶງຕົ້ນໄມ້ນັ້ນເລີຍ...ເພາຄວາມເຊື່ອນັ້ນ... ຂໍຖາມພະຣາຊາວ່າ ອັນໃດເປັນສັດຄຕູຂອງຊ້າງໂຕນັ້ນ?” “ອື... ໜ້າຈະແມ່ນ...ແມ່ນ... ຄວາມເຊື່ອຂອງມັນທີ່ວ່າ ມັນບໍ່ສາມາດດຶງຕົ້ນໄມ້ນັ້ນໄດ້” “ຖືກຕ້ອງເປັນທີ່ສຸດ... ຄວາມເຊື່ອເປັນສັດຕູທີ່ຮ້າຍກາດທີ່ສຸດ ແລະມັນກໍໂຈມຕີເຮົາຕະຫຼອດທີ່ເຮົາຄິດແຕກຕ່າງຈາກມັນ ຫຼືຄວາມເຊື່ອເກົ່າໆນັ້ນ...” “ແລ້ວຊິເຮັດແນວໃດ ເຮົາຈຶ່ງຈະສາມາດເອົາຊະນະຄວາມເຊື່ອເກົ່າຂອງເຮົາ” ພະຣາຊາກ່າວ “ງ່າຍ... ທີ່ສຸດ ແລ້ວມັນຍັງຍາກ... ທີ່ສຸດ ເພາະທຸກເທື່ອທີ່ເຮົາຄິດຕ່າງມັນຈະບອກຕະຫຼອດວ່າ ‘ບໍ່ແມ່ນເຂດປອດໄພແລ້ວ ຈົ່ງກັບມາດຽວນີ້້!!!’” “ແລ້ວອັນທີ່ງ່າຍທີ່ສຸດເດຊັ້ນ” “ມັນງ່າຍຢູ່ບ່ອນວ່າ ເພາະເຮົາສາມາດຄວບຄຸມມັນໄດ້ ໂດຍການຄິດທັບມັນຕະຫຼອດ... ປົກກະຕິເຮົາມັນຈະເວົ້າວ່າ ເຮົາບໍ່ສາມາດເຮັດໄດ້, ເຮົາມັນບໍ່ດີ, ເຮົາເປັນຄົນທີ່ມີປົມດ້ອຍ, ເຮົາເປັນຄົນບໍ່ເກັ່ງ, ເຮົາມັນເໝືອນກະຕ່າຍໝາຍຈັນ...ເຮົາກໍພຽງແຕ່ ປຽ່ນໃຫ້ມັນເປັນສິ່ງບວກໆ ຄືວ່າ ເຮົາສາມາດເຮັດໄດ້, ເຮົາເປັນຄົນທີ່ດີທີ່ສຸດ, ເຮົາເປັນຄົນທີ່ເຮັດທຸກສິ່ງໄດ້...” “ໜ້າສົນໃຈ” ພະຣາຊາກ່າວ “ມັນເປັນສິ່ງທີ່ສຸດຍອດໄປເລີຍ...ແລ້ວເຮົາຈະມາສົນທະນາກັນອີກເທື່ອໜ້າ”

No comments:

Post a Comment