Sunday, October 13, 2013

ເຈົ້າເກັ່ງກວ່າເຈົ້າຄິດ (2)

ເຈົ້າເກັ່ງກວ່າເຈົ້າຄິດ (2) “ບໍ່ວ່າເຈົ້າຈະຄິດວ່າເຈົ້າເຮັດໄດ້ ຫຼື ຄິດວ່າເຈົ້າເຮັດບໍ່ໄດ້ ເຈົ້າກໍຄິດຖືກທັ້ງນັ້ນ” ເຮັນຣີ່ ຟອຣ໌ດ The Founder Of Ford Auto company “ໂຕເຈົ້າເດ ເຈົ້າຄິດວ່າເຈົ້າເຮັດໄດ້ຫຼືບໍ່? ດ້ວຍຄາວມຮູ້ນີ ເຈົ້າຈະສາມາດເຮັດໄດ້ທຸກສິ່ງທຸກຢ່າງທີ່ເຈົ້າຕ້ອງການ ແຕ່ກ່ອນທີ່ເຈົ້າຈະປະເມີນຄວາມສະຫຼາດປາດເປື່ອງຂອງຕົວເອງຕ່ຳເກີນໄປແຕ່ດຽວນີ້ເຈົ້າກະຮູ້ແລ້ວວ່າ ເຈົ້ານັ້ນແຫຼະເປັນດວງຈິດທີ່ສູງສຸດ ແລະເຈົ້າກໍດຶງເອົາທຸກສິ່ງທຸກຢ່າງມາຈາກດວງຈີດສູງສຸດນັ້ນໄດ້ ບໍ່ວ່າຈະເປັນການປະດິດຄິດຄົ້ນ ແຮງບັຍດານໃຈ ຫຼືການຫາຄຳຕອບໃດກໍຕາມ ເຈົ້າເຮັດຫຍັງກໍໄດ້ຕາມທີ່ເຈົ້າຕ້ອງການ ເຈົ້າຄືສຸດຍອດອັດສະຣິຍະເກີນກວ່າທີ່ຈະບັນຍາຍ ເພາະສະນັ້ນຈົ່ງເລີ່ມບອກຕົວເອງແບບນີ້ ແລະເລີ່ມຮູ້ຕົວວ່າ ທີ່ແທ້ຈິງແລ້ວເຈົ້າຄືໃຜ” Rhonda Byrne: The Writer of The Secret ບໍ່ມີໃຜເກັ່ງກວ່າໃຜ ແຕ່ຜູ່ທີ່ເກັ່ງກວ່າເຮົານັ້ນ ເປັນຄົນທີ່ຄົ້ນພົບສິ່ງທີ່ຕົວເອງຖະໜັດ ເຈົ້າອາດຈະຄິດໂທດຕົວເອງທີ່ໂງ່ງ່າວ ບໍ່ສະຫຼາດ ບໍ່ຫຼັກ ບໍ່ແຫຼມຄຶເຂົາເຈົ້າ ຄວາມຄິດນັ້ນແຫຼະທີ່ເຮັດໃຫ້ເຈົ້າເປັນແນວນັ້ນ ມັນບໍ່ກ່ຽວກັບຕົວຕົນທີ່ແທ້ຈິງຂອງເຈົ້າເລີຍ. ມັນກໍຄືກັບທີ່ເຮັນຣີ່ ຟອຣ໌ດຫັ້ນແຫຼະ ທີ່ວ່າ ບໍ່ວ່າເຈົ້າຈະຄິດວ່າເຈົ້າເຮັດໄດ້ ຫຼື ຄິດວ່າເຈົ້າເຮັດບໍ່ໄດ້ ເຈົ້າກໍຄິດຖືກທັ້ງນັ້ນ ສິ່ງທີ່ແທ້ຈິງທີ່ເຮັດໃຫ້ເຮົາເປັນແບບນີ້ນັ້ນ ບໍ່ແມ່ນສິ່ງອື່ນໄກເລີຍ ມັນເປັນພຽງຄວາມຄິດຂອງເຮົາ ແຕ່ທີ່ແນ່ໆ ເຮົານ່າ ເກັ່ງກວ່າເຮົາຄິດ ເກັ່ງຈົນເໜືອຄຳບັນຍາຍທີ່ຈະພັນລະນາວ່າເຮົາເກັ່ງຊໍ່ຳໃດ ເຮົາອາດເຄີຍໄດ້ຍິນຊື່ບຸກຄົນຕ່າງໆທີ່ເປັນສຸດຍອດອັດສະຣິຍະ ແຕ່ເຊື່ອບໍ່ ພາຍໃນຕົສເຂົາເຈົ້າກໍບໍ່ມີຫຍັງແຕກຕ່າງຈາກເຮົາດອກ. ຫຼັງຈາກທີ່ ອັລເບີຣ໌ທ ໄອນ໌ສະໄຕນ໌ ໄດ້ເສຍຊີວິດລົງ ມັນໝໍທ່ານໜຶ່ງ ລັກເອົາສະໝອງຂອງໄອນ໌ສະໄຕນ໌ໄປ... ເອົາໄປຫຍັງຊັ້ນຫວາ?... ເອົາໄປສັນຍະສູດ ຄືເອົາມາຊອຍອອກເປັນປ່ຽງໆ ໄດ້ປະມານ 23ປ່ຽງ ແລະເລີ່ມສັງເກດ ວິເຄາະເບີ່ງວ່າ... ຊາຍຄົນນີ້ມີຫຍັງແນ່ທີ່ແຕກຕ່າງໄປຈາກຄົນທຳມະດາ... ພິສູດແລ້ວ... ພິສູດອີກ...ແລ້ວກໍພິສູດອີກ... ບໍ່ມີຫຍັງແຕກຕ່າງເລີຍ... ເປັນໄປໄດ້ແນວໃດ... ໄອນ໌ສະໄຕນ໌ ເປັນຄົນທີ່ສະຫຼາດທີ່ສຸດໃນໂລກໃດ໋... ແມ່ນບໍ່... ທີ່ເຮົາສາມາດລົມໂທລະສັບກໍອາໃສລາວໃດ໋... ທີ່ເຮົາສາມາດເຂົ້າອິນເຕີເນັດໄດ້ ກໍອາໄສລາວ... ທຸກຢ່າງທີ່ກຽ່ວກັບແສງ ເຮົາອາໃສລາວທັງໝົດ... ແລະທີ່ແນ່ໆລາວບອກວ່າ e=mc2 ມີຄວາມໝາຍຄື ສິ່ງຂອງສິງໜຶ່ງ ນັ້ນ(m) ເມື່ອປ່ຽນເປັນພະລັງງານແລ້ວ (e) ມັນຈະມີຂະໜາດໃຫຍ່ແບບສຸດໆໄປເລີຍ ຄືມັນຈະເທົ່າ ມວນສານຄູນກັບຄວາມໄວຂອງແສງຍົກກຳລັງສອງ (c) ເຊິ່ງແສງມີຄວາມໄວນັ້ນປະມານ 300 000 km/s (ສາມແສນກິໂລແມັດຕໍ່ວິນາທີ)...ເທິ່ະ...ໃຜຊິເຄີຍຄິດມາກ່ອນແມ່ນບໍ່... ໄອນ໌ສະໄຕນ໌ຄິດອອກໄດ້ແນວໃດວ໊ະ!... ຄວາມສົງໃສແບບນີ້ແຫຼະ ທີ່ໝໍຄົນນັ້ນສົງໃສ ແລະກໍນຳເອົາສະໝອງຂອງໄອນ໌ສະໄຕນ໌ໄປພິສູດເບິ່ງ... ແຕ່ມັນກໍ່ບໍ່ມີຫຍັງແຕກຕ່າງຄືວ່າຫັ້ນແຫຼະ... ມີສິ່ງໜຶ່ງທີ່ແຕກຕ່າງກໍມີພຽງແຕ່ ໄອນ໌ສະໄຕນ໌ນັ້ນຄົ້ນພົບສິ່ງທີ່ເຂົ້າຖະໜັດ ນັ້ນຄື: ເຂົາຖະໜັດເລື່ອງຟີຊິກ... ເຂົາເຄີຍຖືກເຊີຍໃຫ້ໄປເປັນປະທານາທິບໍດີຂອງອິສະລາເອລ ແຕ່ເຂົາກໍປະຕິເສດ ເພາະລາວບໍ່ຖະໜັດການເມືອງ... ໂຫ... ແມ່ນເຮົາ ເຊີນໄປເປັນປະທານປະເທດພຸ້ນນ່ະ ບໍ່ໄປບໍ່ໄດ້ແຫຼ້ວວວວວ... ຊັ້ນແຫຼະຄົນທີ່ບໍ່ຮູ້ວ່າຕົວເອງະໜັດເລື່ອງໃດ ໝູ່ຊວນໄປໃສກໍ ໄປປປປປາຍ... ແລ້ວກໍປຽ່ນເສັ້ນທາງໄປຕະຫຼອດ... ໄປຈົນຊິສຸດແລ້ວ... ແລ້ວກໍ່ມາເລີ່ມຕົນອີກ... ສຸດທ້າຍບໍ່ເຄີຍໄດ້ຫຍັງ... ໂອ່... ວ່າຍຍຍຍຍ... ແລ້ວກະຄິດວ່າ “ເຮົາມັນບໍ່ເກັ່ງ” ເມື່ອເຈົ້າເລີ່ມຄົ້ນຫາວ່າເຈົ້່າມັກສິ່ງໃດ ເຈົ້າກໍກຳລັງຄົ້ນຫາສິງ່ທີ່ຍິ່ງໃຫຍ່ທີ່ສຸດ... ຂ່າວຮ້າຍກໍຄື...ມັນອາດຈະຊອກຍາກແດ່ຈັກໜ່ອຍ... ແຕ່ຂ່າວດີກໍມີຄືກັນຄື... ເມືອ່ເຈົ້າຄົ້ນຫາມັນ ເຈົ້າຈະພັບມັມນຢ່າງແນ່ນອນ... ເຊື່ອຂ້ອຍເທິະ... ສົມບູນເພີເຟັກ ຣ້ອຍເປີເຊັນ. ຄັນຖ້າມີຍັກທີ່ເກັ່ງທີ່ສຸດຢູ່ໃນໂຕຂອງເຮົາທີ່ສາມາດເຮັດໄດ້ທຸກສິ່ງທຸກຢ່າງ ມັນກໍ່ແມ່ນການປຸກຍັກໂຕນັ້ນຕື່ນຂຶ້ນມາ... ທຸກຄົນສາມາດເປັນສຸດຍອດບຸກຄົນໄດ້... ແຕ່ຕ້ອງປຸກຍັກໂຕນັ້ນຂຶ້ນມາ. ຢ່າຄິດວ່າ “ຂ້ອຍນ່າ... ເຮັດຫຍັງກະບໍ່ເປັນ” ບໍ່ແມ່ນໂຕເຈົ້າດອກ... ຄວາມຄິດຂອງເຈົ້້າຕ່າງຫາກທີ່ບໍ່ສາມາດເຮັດໄດ້... ເພາະເຈົ້າເກັ່ງກວ່າເຈົ້າຄິດ ອ່າວ ປັດໂທ່... ຍັງຊິຄິດລົບຕໍ່ກັບໂຕເອງຢູ່... ເຈົ້ານ່ະ ສຸດຍອດໄປເລີຍ... ຄວາມຄິດແບບນີ້ຈະເລີ່ມໄປສູ່ການຄົ້ນພົບຕົວເອງ.

Tuesday, October 1, 2013

ເຈົ້າເກັ່ງກວ່າເຈົ້້າຄິດ

ເຈົ້າເກັ່ງກວ່າເຈົ້້າຄິດ ກັບມາອີກແລ້ວ ກັບການທີ່ຈະພາພວກທ່ານສາມາດຂ້າມພົ້ນຈາກຊະຕາກຳ ທີ່ເຮົາມັກເວົ້າກັນວ່າ ມັນເປັນພົມລິຂິດ ແລະເພາະມັນເປັນພົມລິຂິດ ເຮົາຈຶ່ງບໍ່ສາມາດທີ່ຈະປ່ຽນແປງມັນໄດ້... ໂອ່... ມັນຊ່າງເປັນສິ່ງທີ່ບໍ່ໜ້າອະພິລົມຈັກໜ້ອຍເລີຍເນາະ. ການທີ່ເຮົາຈະກົ້ມໜ້າກົ້ມຕາໃຊ້ຊີວິດໄປໂດຍປາສະຈາກເປົ້າໝາຍ ແລະບໍ່ມີການຄິດໃດໆ ຄວາມຄິດດຽວທີ່ມີ ກໍຄື ເປັນຫັຍງຊີວິດເຮົາຄືເປັນແນວນີ້ວ່າາາາ ເຮົາຄືຊິເປັນແບບນີ້ໄປຕະຫຼອດເວີ່ຍ... ບໍ່ລອດດອກ...ຮື.... (ໜ້າບູດເລີ່ມເຂົ້າມາສະແດງຄວາມເສົ້າສະຫຼົດໃຈນຳທັນທີ) ແຕ່ຂ່າວດີກໍຄື ທັນທີທີ່ເຈົ້າເຂົ້າມາອ່ານບົດຄວາມນີ້ ເຈົ້າຈະສາມາດລຸກອອກຈາກບ່ອນນັ້ນແລ້ວມາໃຊ້ຊີວິດຕາມທີ່ຕົນເອງຕ້ອງການ... ຊີວິດເຈົ້າຈະເລີ່ມປ່ຽນໄປ ຖ້າຫາກເຈົ້າເລີ່ມຄິດວ່າ ເຈົ້າສາມາດອອກແບບຊີວິດເຈົ້າເອງໄດ້... ອັນທີ່ຈິງແລ້ວ ການທີ່ເຈົາຕ້ອງມານັ່ງເວົ້າວ່າ ເປັນຫຍັງຊີວິດຂ້ອຍຄືເປັນແນວນີ້ວ່າ... ນັ້ນແຫຼະ ມັນເປັນສິ່ງທີ່ເຈົ້າຄິດມາເອງ ແລະມັນກໍກຳນົດສິ່ງຕ່າງໆ ໃຫ້ມັນເປັນໄປຕາມນັ້ນ... ເພາະສະນັ້ນ ຈົ່ງເລີມປ່ຽນຄວາມຄິດເຈົ້າສາ... ແລ້ວມາຄິດໃໝ່ວ່າ ເຈົ້າສາມອອກແບບຊີວິດຕົວເອງໄດ້... ເຈົ້າຮູ້ບໍ່ ເຈົ້າກໍເປັນໜຶ່ງຄົນທີ່ ເປັນນັກປະພັນ ຫຼື ນັກແຕ້ມ ທີ່ສາມາດແຕ້ມຊີວິດ ແລະຂຽນບົດຊີວິດເຈົ້າອອກມາວ່າ ເຈົ້າຢາກໃຫ້ມັນເປັນແນວໃດ... ເຈົ້າຢາກໃຫ້ມັນເປັນແນວໃດ ມັນກໍເປັນແນວນັ້ນແຫຼະ ແຕ່ທີ່ແນ່ໆ ເຈົ້າຕ້ອງການມັນແທ້ຫຼືບໍ່ ຫຼືຕ້ອງການມັນພຽງແຕ່ບາງຄັ້ງບາງຄາວ... ການທີ່ເຮົາຈະສາມາດປ່ຽນນິໄສຂອງເຮົາໄດ້ນັ້ນ ຕ້ອງເຮັດສິ່ງຕ່າງໆທີ່ເຮົາຢາກໃຫ້ເປັນນັ້ນຢ່າງໜ້ອຍທີ່ສຸດ ແມ່ນ 21 ມື້... ແຕ່ເຮົາສ່ວນຫຼາຍມັນຄິດວ່າ ພຽງແຕ່ອາທິດດຽວມັນກໍ່ຍາກແສນຍາກເສຍແລ້ວ... ນີ້ແຫຼະທີ່ເປັນບັນຫາທີ່ໃຫຍ່ທີ່ສຸດ ແລະຊົງອິດທິພົນທີ່ສຸດ...ອ່ອຍຍຍຍຍ ຄວາມຄິດວ່າ ເຮົາເຮັດບໍ່ໄດ້ດອກ ນີ້ມັນເປັນສິ່ງທີ່ບໍ່ຍາກທີ່ຈະຄິດ ແຕ່ມັນເປັນສິ່ງທີ່ມີອິດທິພົນທີ່ສຸດໃນການກຳນົດສິ່ງຕ່າງໆ ໂດຍສະເພາະແມ່ນການຄິດຂອງເຮົາໃຫ້ມັນເປັນໄຕາມທີ່ເຮົາຄິດຫັ້ນແຫຼະ. ເພາະສະນັ້ນ ທັງໝົດທີ່ເວົ້າມານີ້ ມີຈູດປະສົງດຽວຄືການຢາກໃຫ້ເຈົ້າປ່ຽນຄວາມຄິດໃໝ່... ປ່ຽນຈາກການຄິດທີ່ວ່າ ເຮົາບໍ່ສາມາດ (ຫຼືສິ່ງທີ່ເຮັດໃຫ້ເຮົາຄິດລົບໆຕໍ່ຕົນເອງ) ມາເປັນການຄິດທີ່ວ່າ ເຮົາສາມາດອອກແບບຊີວິດຂອງເຮົາເອງໄດ້... ທັນທີທີ່ເຈົ້າເລີ່ມຄິດ ຊີວິດເຈົາຈະເລີ່ມປ່ຽນໄປ ແລະມັນປ່ຽນໄປໃນທາງທີ່ເຈົ້າຕ້ອງການອີກໃດ(ດີ໊ ດີ ດີ ເອົາແທ້ເອົາວ່າ) ແລະມັນກໍຄືສິ່ງທີ່ເຈົ້າຕ້ອງການແມ່ນຫຼືບໍ່... ເຈົ້າອາດເຄີຍຄິດຫາສິ່ງທີ່ເຈົ້າບໍ່ຕ້ອງການ ແຕ່ເພາະວ່າ ສິ່ງທີ່ເຈົາຄິດຕະຫຼອດ ມັນຈະເກີດຂຶ້ນແທ້ ນີ່ນ່າ... ແລ້ວຊີຄິດຫາສິ່ງທີ່ເຮົາບໍ່ຕ້ອການເຮັດຫຍັງ... ຄິດແຕ່ສິ່ງທີ່ເຮົາຕ້ອງການບໍດີກວ່າຫວາ...ຫຶ?... ຕົວເຮົານີ້ນ່າ... ມັນມີສິ່ງທີ່ເປັນອັດສະຣິຍະຊ້ອນຢູ່ບ່ອນນີ້ໝົດທຸກຢ່າງ...ແບບວ່າທຸກຢ່າງທີ່ເຈົ້າຕ້ອງການແຕ່ມັນຈະສະແດງອອກມາຖ້າເຈົ້າບໍ່ຢາກໃຊ້ມັນ... ໂດຍສະເພາະແມ່ນ ມັນຈະບໍ່ຍອມອອກມາເດັດຂາດເມື່ອເຈົ້າຄິດວ່າ ເຈົ້າບໍ່ສາມາດເຮັດໄດ້... ແຕ່ມັນຈະແລ່ນຕິດເທີໂບມາ ທັນທີທີ່ເຈົ້າຄິດວ່າ ເຈົ້າສາມາດເຮັດໄດ້... ອັດສະຣິຍະມີຢູ່ກັບທຸກຄົນ ແຕ່ມັນຈະອອກມາແຕ່ສະເພາະຄົນທີ່ເຊື່ອໝັ້ນວ່າມັນມີ ເຈົ້າຢາກເປັນແນວໃດ... ພຽງຄິດຊໍ່ານີ້ມັນພ້ອມທີ່ຈະແລ່ນອອກມາແລ້ວໄດ໋ຫັ່ນ... ສິ່ງທີ່ເປັນຕົນເຮົາຢ່າງແທ້ຈິງນັ້ນ ມັນຕ້ອງການຄວາມເຊື່ອໝັ້ນຈາກເຈົ້າ... ເມື່ອເຈົ້າເຊື່ອໝັ້ນ ມັນກໍຈະມາຮັບໃຊ້ເຈົ້າ... ວິທີການທີ່ຈະດຶງເອົາສ່ວນທີ່ເຮົາມີແລະດີທີ່ສຸດອອກມາໃຊ້ນັ້ນ ພຽງແຕ່ເຈົ້າລະບຸສິ່ງທີ່ເຈົ້າຕ້ອງການທີ່ຈະເປັນ...ສິ່ງທີ່ເຈົ້າຕ້ອງກາທີ່ຈະເຮັດ...ສິ່ງທີ່ເຈົ້າຢາກຈະມີ... ສິ່ງທີ່ເຈົ້າຢາດຈະພົບ... ພຽງຂຽນມັນອອກມາ ຢ່າພຽງແຕ່ຄິດ ແຕ່ຂຽນມັນອອກມາ. ແລ້ວເຮັດສິ່ງຕ່າງໆທີ່ເປັນຫົນທາງໄປສູ່ສິ່ງນັ້ນຈັກປະມານ 21 ມື້... ແລ້ວສິ່ງຕ່າງຈະເລີ່ມປາກົດຕົວ... ຈົ່ງເຊື່ອໃນຄວາມສາມາດຂອງເຈົ້າເທິະ ເພາະວ່າເຈົ້າເກັ່ງກວ່າທີ່ເຈົ້າຄິດສະເໝີ. ແລ້ວພົບກັນໃໝ່ ໃນໂອກາດໜ້າທີ່ຈະມາເຖິງອັນໃກ້ໆນີ້... ລອງທົດລອງເບິ່ງ... ຂຽນສິ່ງທີ່ເຈົ້າຕ້ອງການ ແລະຄວາມເປັນອັດສະຣິຍະຈະຕິດເທີໂບມາຫາເຈົ້າ.