Saturday, September 21, 2013
You Are My Angel...ເຈົ້າຄືນາງຟ້າໃນໃຈ
ทนมานานหัวใจเปล่าเปลี่ยวเดียวดาย ภายในใจไม่เคยลบเลือนภาพเก่า
คนคอยพูดคุยนั้นมีก็เพียงแค่เงาข้างกาย ไม่เคยมีใครผูกพัน
(แล้ว/สาย)ลมก็พัดพาเธอเข้ามา เติมแรงใจดอกไม้ที่ร่วงโรยในใจ เคยอ่อนล้าได้ฟื้นคืนเบิกบาน
เธอคนเดียวเธอคือนางฟ้าในใจ คอยนำทางคนที่อ้างว้างเดียวดาย
เปิดใจให้พบรักแท้มีจริง จากดวงใจที่เปี่ยมความหมาย
เธอคนเดียวเธอคือนางฟ้าในใจ คอยนำทางคนที่อ้างว้างเดียวดาย
เปิดใจให้พบรักแท้มีจริง เปลี่ยนวันคืนเปลี่ยนชีวิตฉันให้พบรักใหม่
อยากโอบกอดรักเธอแนบอยู่เคียงกาย จะพันธนาการเธอด้วยหัวใจที่มี
อยากจะขอบคุณมอบความอบอุ่นให้เธอคนดี รักเธอด้วยใจหมดใจ
(แล้ว/สาย)ลมก็พัดพาเธอเข้ามา เติมแรงใจดอกไม้ที่ร่วงโรยในใจ เคยอ่อนล้าได้ฟื้นคืนเบิกบาน
เธอคนเดียวเธอคือนางฟ้าในใจ คอยนำทางคนที่อ้างว้างเดียวดาย
เปิดใจให้พบรักแท้มีจริง จากดวงใจที่เปี่ยมความหมาย
เธอคนเดียวเธอคือนางฟ้าในใจ คอยนำทางคนที่อ้างว้างเดียวดาย
เปิดใจให้พบรักแท้มีจริง เปลี่ยนวันคืนเปลี่ยนชีวิตฉันให้พบรักใหม่
เธอคนเดียวเธอคือนางฟ้าในใจ คอยนำทางคนที่อ้างว้างเดียวดาย
เปิดใจให้พบรักแท้มีจริง จากดวงใจที่เปี่ยมความหมาย
เธอคนเดียวเธอคือนางฟ้าในใจ คอยนำทางคนที่อ้างว้างเดียวดาย
เปิดใจให้พบรักแท้มีจริง เปลี่ยนวันคืนเปลี่ยนชีวิตฉันให้พบรักใหม่
...อ้างอิง http://sz4m.com/t659
Wednesday, September 18, 2013
ສັດຕູທີ່ຮ້າຍແຮງທີ່ສຸດ ສັດຕູຄວາມຄິດ
ສະບາຍດີທ່ານຜູ້ອ່ານທັງຫຼາຍ...ກັບມາອີກແລ້ວ... ການກັບມາອີກຄັ້ງຂອງ ທຸກສິ່ງເປັນໄປໄດ້ ຍ້ອນຄວາມຄິດ...ຄິດຄິດຄິດຄິດ (ເປັນສຽງກ້ອງຊໍ້າ)
ມັນຫຼຸດໂລກແມ່ນບໍ່... ແນ່ນອນ ມັນເປັນສິ່ງທີ່ສຸດຍອດໄປເລີຍ.
ກະທູ້ໃນມື້ນີ້ກໍຄື...ສັດຕູທີ່ຮ້າຍທີ່ສຸດ
“ໃຜເປັນອຸປະສັກ ຫຼືໃຜທີ່ຂັດຂວາງການທີ່ເຈົ້າຈະໄປຫາເປົົ້າໝາຍຂອງເຈົ້າ... ມັນບໍ່ແມ່ນ ອົສະມາ ບິນລະເດັນ, ມັນບໍ່ແມ່ນຜູ້ກໍ່ການຮ້າຍໃນປະເທດ, ມັນບໍ່ແມ່ນຜູ້ຮ້າຍທີ່ຈັບປືນມາແລ້ວ ເວົ້າວ່າ ເຈົ້າຈົ່ງຢຸດດຽວນີ້... ມັນບໍ່ແມ່ນສັດຕູພາຍນອກ... ແຕ່ມັນເປັນສັດຕູພາຍໃນເຮົາ ແລະຄົນທີ່ຫວັງດີກັບເຮົາຕະຫຼອດມື້ຕະຫຼອດເວັນຫັ້ນແຫຼະ...”
“ຫື??? ແລ້ວຄົນໆນັ້ນແມ່ນໃຜ??? ບັງອາດນັກ!.” ພະຣາຊາຊົງກ່າວ
“ຂໍເດຊະ... ສັດຕູຄົນນັ້ນກໍຄືຕົວທ່ານ ພະຢະຄ່ະ” ຊາຍຄົນໜຶ່ງກ່າວ
“ຫື... ເຈົ້າເວົ້າອັນໃດເກາະ... ເຈົ້າບັງອາດວ່າຂ້ອຍເປັນສັດຕູຂອງຕົວເອງ... ມັນຊ່າງໄຮ້ເຫດຜົນ ແທ້... ຕົວຄົນດຽວ ຊິເປັນທາງຜູ້ຮ້າຍ ແລະຜູ້ດີໄດ້ຫວາ?.”
“ໃຈເຢັນໆ ເພາະສິ່ງທີ່ຂ້ານ້ອຍໄດ້ກາບທູນໄປນັ້ນມັນເປັນຄວາມຈິງ... ຄວາມຈິງແບບທີ່ເປັນ paradox…”
“ຄຳໆນັ້ນ ມັນໝາຍຄວາມວ່າແນວໃດ?”
“ມັນກໍໝາຍຄວາມວ່າ ຄວາມຈິງທີ່ຕອນທຳອິດ ເບິ່ງຄືວ່າມັນບໍ່ເປັນຄວາມຈິງ ແຕ່ທີ່ແທ້ຈິງ ມັນເປັນຄວາມຈິງ... ນີ້ແຫຼະ ທ່ານເອີຍ... ຍັງຍຶດຕິດກັບຄວາມຄິດເກົ່າ ບໍ່ຍອມເປີດຮັບເອົາສິ່ງໃໝ່ໆ.”
“ນີ້ເຈົ້າ ລໍ້ດ່າຂ້ອຍຫວາ?”
“ມິກລ້າ... ມິກລ້າ... ເພາະເພາະມັນເປັນຄວາມຈິງ.”
“ເຈົ້າມີຫຍັງຊິຍົກໃຫເປັນົວຢ່າງແດບໍ່... ຂ້າຍັງບໍ່ທັນເຂົ້າໃຈ... ຄືແບບວ່າ ມັນພຽງແຕ່ເຂົ້າຫູນ່ະ...”
“O.K…”
“ດຽວໆ... ອັນທີ່ວ່າ O.K ມັນແມ່ນຫຍັງ?”
“ນັ້ນບໍ່ແມ່ນຕົວຢ່າງເລີຍ...”
“ເອົ້າ... ຮີບເລົ່າມາ ຕົວຢ່າງຫັ້ນ”
“ຊ້າງໂຕໜຶ່ງ” ຊາຍຄົນນັ້ນເລີ່ມເລົ່າ “ມັນເປັນຊ້າງທີ່ນ້ອຍໃນຕອນທຳອິດ... ແລະມັນຖືກມັດໄວ້ກັບຕົ້ນໄມ້... ຕົ້ນໄມ້ທີ່ກະບໍ່ໃຫຍ່ປານໃດດອກ... ແລ້ວມັນກໍໃຫຍ່ຂຶ້້ນຕະຫຼອດ ຈົນເປັນຊ້າງທີ່ໃຫຍ່ເທົ່າທີ່ຊ້າງສາມາດເປັນໄດ້ຫັ້ນແຫຼະ... ແຕ່ທີ່ແປກໃຈມັນບໍ່ເຄີຍດຶງຕົ້ນໄມ້ທີ່ມີຂະໜາດຊໍ່າກັບຕອນທີ່ມັນຍັງນ້ອຍໄດ້ເລີຍ...”
“ເພາະອັນໃດ.” ພະຣາຊາຖາມ
“ກໍເພາະວ່າ ຊ້າງໂຕນັ້ນ ມັນມີຄວາມເຊື່ອມາຕະຫຼອດວ່າ ມັນບໍ່ສາມາດດຶງຕົ້ນໄມ້ນັ້ນໄດ້... ແລະທີ່ສຳຄັນມັນບໍ່ເຄີຍຄິດທີ່ຈະດຶງຕົ້ນໄມ້ນັ້ນເລີຍ...ເພາຄວາມເຊື່ອນັ້ນ... ຂໍຖາມພະຣາຊາວ່າ ອັນໃດເປັນສັດຄຕູຂອງຊ້າງໂຕນັ້ນ?”
“ອື... ໜ້າຈະແມ່ນ...ແມ່ນ... ຄວາມເຊື່ອຂອງມັນທີ່ວ່າ ມັນບໍ່ສາມາດດຶງຕົ້ນໄມ້ນັ້ນໄດ້”
“ຖືກຕ້ອງເປັນທີ່ສຸດ... ຄວາມເຊື່ອເປັນສັດຕູທີ່ຮ້າຍກາດທີ່ສຸດ ແລະມັນກໍໂຈມຕີເຮົາຕະຫຼອດທີ່ເຮົາຄິດແຕກຕ່າງຈາກມັນ ຫຼືຄວາມເຊື່ອເກົ່າໆນັ້ນ...”
“ແລ້ວຊິເຮັດແນວໃດ ເຮົາຈຶ່ງຈະສາມາດເອົາຊະນະຄວາມເຊື່ອເກົ່າຂອງເຮົາ” ພະຣາຊາກ່າວ
“ງ່າຍ... ທີ່ສຸດ ແລ້ວມັນຍັງຍາກ... ທີ່ສຸດ ເພາະທຸກເທື່ອທີ່ເຮົາຄິດຕ່າງມັນຈະບອກຕະຫຼອດວ່າ ‘ບໍ່ແມ່ນເຂດປອດໄພແລ້ວ ຈົ່ງກັບມາດຽວນີ້້!!!’”
“ແລ້ວອັນທີ່ງ່າຍທີ່ສຸດເດຊັ້ນ”
“ມັນງ່າຍຢູ່ບ່ອນວ່າ ເພາະເຮົາສາມາດຄວບຄຸມມັນໄດ້ ໂດຍການຄິດທັບມັນຕະຫຼອດ... ປົກກະຕິເຮົາມັນຈະເວົ້າວ່າ ເຮົາບໍ່ສາມາດເຮັດໄດ້, ເຮົາມັນບໍ່ດີ, ເຮົາເປັນຄົນທີ່ມີປົມດ້ອຍ, ເຮົາເປັນຄົນບໍ່ເກັ່ງ, ເຮົາມັນເໝືອນກະຕ່າຍໝາຍຈັນ...ເຮົາກໍພຽງແຕ່ ປຽ່ນໃຫ້ມັນເປັນສິ່ງບວກໆ ຄືວ່າ ເຮົາສາມາດເຮັດໄດ້, ເຮົາເປັນຄົນທີ່ດີທີ່ສຸດ, ເຮົາເປັນຄົນທີ່ເຮັດທຸກສິ່ງໄດ້...”
“ໜ້າສົນໃຈ” ພະຣາຊາກ່າວ
“ມັນເປັນສິ່ງທີ່ສຸດຍອດໄປເລີຍ...ແລ້ວເຮົາຈະມາສົນທະນາກັນອີກເທື່ອໜ້າ”
Thursday, September 5, 2013
ພະລັງແຫ່ງການໂຟກັສ
ພະລັງຂອງການໂຟກັສ
ອັນ ຢອງ ຮັງ ເຊ ໂຢ້... (ເອີ້...ບໍ່ຮູ້ວ່າມັນແມ່ນໍຫຼືບໍ່. ກັບມາພົບກັນອີກຄັ້ງກັບການທີ່ເຮົາຈະສາມາດເຮັດຄວາມຝັນໃຫ້ມັນເປັນຈິງ...
ເລີ່ມກັນທີ່ ຄວາມໝາຍຂອງເປົ້າໝາຍຂອງເຈົ້າ...
ເປົ້າໝາຍ ຫຼື ຄວາມໄຝ່ຝັນຂອງແຕ່ລະຄົນນັ້ນຕ່າງກັນປານຟ້າກັບດິນເລີຍ... ຄຳວ່າ “ເປົ້າໝາຍ” ນີ້ໃດ ຫຼືພາສາອັງກິດເຂົາເຈົ້າເວົ້າວ່າ Goal ນີ້...
ລອງໄປຖາມແຕ່ລະຄົນລອງເບິ່ງ... “ຄວາມສຳເລັດຂອງເຈົ້າແມ່ນຫຍັງ?” ຖາມ 100ຄົນ ຄຳຕອບແຕກຕ່າງກັນຊ໊ຽບ!... ແລ້ວຄຳຕອບໃດທີ່ຖືກນ່ະ?
ມັນຖືກໝົດນັ້ນແຫຼະ... ຕອບແນວໃດກໍຖືກເໝີດດດດດໆໆໆໆ... ຖືກເໝິດອີ່ຫຼີແທ້ໆນີ້ແຫຼະ
ບາງຄົນອາດຕອບວ່າ “ເປົ້າໝາຍຂອງຂ້ອຍແມ່ນ ການທີ່ຂ້ອຍສາມາດໄດ້ລົດຂອງຫຼິ້ນທີ່ໃໝ່ ຫຼືດີກວ່າໝູ່...” ນີມັນເປັນຄວາມຝັນ ຫຼືເປົ້າໝາຍຂອງເດັກນ້ອຍ...
ຫຼື... “ເປົ້າໝາຍຂອງຂ້ອຍແມ່ນ ຂໍໃຫ້ສາມາດເສັງໄດ້”
ຫຼື... “ເປົ້າໝາຍຂອງຂ້ອຍແມ່ນການທີ່ຂ້ອຍສາມາດຜ່ານການພຣີເຊັ້ນໃຫ້ຜ່ານໃນຮອບດຽວ”
ຫຼື... “ເປົ້າໝາຍຂອງຂ້ອຍແມ່ນ ການທີ່ສາມາດຫາວຽກໄດ້ ໃນຕອນທີ່ຮຽນຈົບແລ້ວ ແບບງ່າຍໆ”
ຫຼື... “ເປົ້າໝາຍຂອງຂ້ອຍແມ່ນການທີ່ຂ້ອຍສາມາດໄດ້ເງິນເດຶອນ, ເລື່ອນຕຳແໜ່ງ, ທຸລະກິດປະສົບຜົນສຳເລັດ, ການທີ່ມີອິດສະລະພາບທາງການເງິນ, ມີຄວາມສຳພັນທີ່ດີເລີດ, ມີສຸຂະພາບດີ...
ຫຼື... ຕ່າງໆ..............
ຄວາມໝາຍຂອງ ແລະຂະໜາດຂອງຄວາມສຳເລັດມັນແຕກຕ່າງກັນຕາມແຕ່ລະຄົນ... ມັນອາດຈະເປັນເປົ້າໝາຍໃນໄລຍະຍາວ ຫຼືສັັ້ນກໍແລ້ວແຕ່ເລື່ອງຂອງເຈົ້າເອງ...
ແລ້ວສິ່ງໃດທີ່ຈະສາມາດເຮັດໃຫ້ຄວາມຝັນນັ້ນເປັນຈິງໄດ້??? (ອັນນີ້ແຫຼະ ທີ່ຢາກຮູ້ມາແຕ່ດົນນ່ະ...ລີລາຢູ່) ສຽງໃນຫົວຂອງເຈົ້າມັນບອກ...
ແຕ່ສິ່ງທີ່ໜ້າສົນໃຈຄື ສິ່ງທີ່ຈະສາມາດເຮັດໃຫ້ສິ່ງທີ່ທ່ານຝັນເປັນຈິງໄດ້ນັ້ນແມ່ນ “ທຸ້ມຄວາມສົນໃຈ” (Focus) ທຸ້ມຄວາມສົນໃຈໄປທີ່ສິ່ງທີ່ເຈົ້າຕ້ອງການ...
ຕ້ອງການສິ່ງໃດກໍພຽງແຕ່ ເນັ້ນຄວາມສົນໃຈໄປທີ່ໂຕນັ້ນ... ສັ້ນໆຊໍ່ານີ້ແຫຼະ...
ແຕ່ທີ່ແນ່ໆ ໂຕເຈົ້າຫັ້ນນ່າ... ບັນຫາຂອງມັນ ເຈົ້າເຄີຍທຸ້ມໃຈໄປກັບສິ່ງທີ່ເຈົ້າຕອ້ງການຫຼືບໍ່???
ແນ່ນອນ... ຕອນທຳອິດເຈົ້າມັກຈະທຸ້ມໄປໃສ່ມັນເຕັມ ແຕ່ບຶດດຽວກໍເຊົາແຫຼະ! (ເຊິ່ງຂ້ອຍກໍມັກເປັນ) ມັນເປັນສິ່ງທີ່ທຳມະດາ ທີ່ເມື່ອເຮົາກ້າວອອກມາຈາກເຂດປອດໄພແລ້ວ ເຮົາຮູ້ຈະສຶກວ່າ ບໍ່ປອດໄພ ແລ້ວເຮົາກໍພະຍາຍາມກັບຄືນສູ່ບ້ານເກົ່າ... ຈະເປັນການດີກ່ວາບໍ່ ທີ່ເຮົາຈະຂະຫຍາຍເຂດປອດໄພຂອງເຮົາໃຫ້ກ້ວາງຂຶ້ນເລຶ້ອຍໆ...
ການທີ່ເຮົາໄດ້ອ່ານປະໂຫຍກທີ່ວ່າ “ ທຸກສິ່ງສາມາດເປັນໄປໄດ້ ເພາະຄວາມຄິດ” ຊໍ່ານີ້ ເຮົາກໍຮູ້ສຶກບໍ່ປອດໄພແລ້ວ... ແຕ່ເມື່ອເຮົາສາມາດຝັງຄວາມເຊື່ອນີ້ໄວ້ ກໍເທົ່າກັບວ່າ ເຮົາໄດ້ຂະຫຍາຍເຂດຄວາມປອດໄພໄວ້ແລ້ວ...
ທຳມະຊາດຂອງເຮົາ ເຮົາມັກທຸ້ມຄວາມສົນໃຈໄປແຕ່ສິ່ງທີ່ເຮົາບໍ່ຕ້ອງການ ນັ້ນເປັນການຈັບຜິດໂຕເອງ... ເຈົ້າຄືຊິບໍ່ມັກຄົນທີ່ມັກແຕ່ຈັບຜິດຄົນອື່ນ ໂດຍສະເພາະເມື່ອເຂົາຈັບຜິດເຮົາ... ເຮົາກໍຈະບໍ່ມັກຂີ້ໜ້າຄົນນັ້ນ ແລະຈະບໍ່ມັກເຮັດສິ່ງຕ່າງໆໃຫ້ຄົນນັ້ນ... ໂຕເຮົາເອງກໍແບບນັ້ນແຫຼະ... ເມື່ອເຮົາເອົາແຕ່ຈັບຜິດໂຕເອງ... ຈິດໃຈຂອງເຮົາກໍຈະບໍ່ມັກເຮັດສິ່ງຕ່າງໆໃຫ້ເຮົາ...
ການທີ່ເຮົາຮູ້ສຶກດີ ແລະຊົມເຊີຍໂຕເຮົາເອງ ເມື່ອເຮົາເຮັດສິ່ງໃດໜຶ່ງສຳເລັດ... ໂຕເຮົາກໍຈະມີກຳລັງໃຈເຮັດສິ່ງຕ່າງໆໃຫ້ເຮົາຕໍ່ໄປ...
ໃນທາງກັບກັນ... ເມື່ອເຮົາເອົາແຕ່ຈັບຜິດໂຕເອງ... ຕອນທີ່ເຮັດດີ ບໍ່ເຄີຍໄດ້ຮັບການຍ້ອງຍໍສັນລະເສີນເລີຍຍຍຍຍ... ແຕ່ທັນທີທີ່ເຮົາເຮັດຜິດ... ໂດນດ່າດ້ວຍຄວາມຄິດທັນທີ...
“ເຮົາມັນກໍຊໍ່ານິີ້ແລະ” “ສົນນໍ້າໜ້າໂຕເອງ” “ນ້ອຍໃຈໃນວາສະນາຂອງຕົນເອງ” “ເຮົດບໍ່ໄດ້ດອກ” “ເຮົາມັນບໍ່ເກັ່ງ” “ເຮົາມັນບໍ່ລໍ່ ບໍ່ງາມ ບໍ່ລວຍ” “ເຮົາມັນຄົນບ້ານນອກ” “ເຮົາມັນສະໝອງບໍ່ດີ” ຫຼື ອັນໃດກໍແລ້ວແຕ່ ທີ່ເຮົາດ່າຕົນເອງ...
ແນ່ນອນສ່ວນຕົວເຮົາ ທຸກຄົນເລີຍແຫຼະ “ມັກຍ້ອງ” ກັນທຸກຄົນ ແຕ່ເຮົາບໍ່ເຄີຍຍ້ອງຕົນເອງເລີຍ... ຖ້າແຕ່ໃຫ້ເຂົາມາຍ້ອງ... ເຂົາບໍ່ຍ້ອງ ກະໂທດໂຕເອງອີກ... ຈັ່ງແມ່ນ...
ການທຸ່ມຄວາມສົນໃຈ ແມ່ນການທີ່ເຮົາຍຶດເປົ້າໝາຍຂອງເຮົາເອົາໄວ້... ແລະຄອຍສະຫຼອງໃນໃຈກັບສິ່ງທີ່ຕົນເອງເຮົດສຳເລັດໄປແຕ່ລະຂັ້ນ... ຖ້າເຮົົາມີການສັງເກດວ່າຕົນເອງເຮັດໄດ້ດີປານໃດ ມັນກໍແມ່ນແລ້ວວ່າ ເຮົາໄດ້ໂຟກັສ ກັບສີ່ງທີ່ເຮົາຕ້ອງການບັນລຸແລ້ວ...
Subscribe to:
Comments (Atom)